ພາສາລາວ

ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກລັດຖະມົນຕີໂດມີນິກ

cri2024-03-26 15:24:28
Share
Share this with Close
Messenger Pinterest LinkedIn

ວັນທີ 25 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານ ໂຣເຊເວດ ສະເກຣີດ ນາຍົກລັດຖະມົນຕີໂດມີນິກທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ສາຍພົວພັນລະຫວ່າງຈີນ-ໂດມີນິກໄດ້ກາຍເປັນແບບຢ່າງທີ່ດີດ້ານການຮ່ວມມືໃຕ້-ໃຕ້, ຈີນຍິນດີຮ່ວມກັບໂດມີນິກຊຸກຍູ້ໃຫ້ສາຍພົວພັນທີ່ເປັນໄມຕີຈິດມິດຕະພາບຫັນເປັນພະລັງແຮງຂັບເຄື່ອນໃນການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊຸກຍູ້ໃຫ້ສາຍພົວພັນລະຫວ່າງຈີນ-ໂດມີນິກໄດ້ຮັບໝາກຜົນຫຼາຍກວ່າເກົ່າ ແລະ ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດເປັນຢ່າງດີກວ່າເກົ່າ. ຈີນຍິນດີສືບຕໍ່ໃຫ້ການຊ່ວຍເຫຼືອເທົ່າທີ່ຈະສາມາດເຮັດໄດ້ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງໂດມີນິກ.

ທ່ານ ໂຣເຊເວດ ສະເກຣີດ ກ່າວວ່າ: ໂດມີນິກເດັດດ່ຽວປະຕິບັດຕາມຫຼັກການປະເທດຈີນດຽວ, ສະໜັບສະໜູນຈີນເຮັດສຳເລັດພາລະກິດທີ່ເປັນທຳເພື່ອຄວາມເປັນເອກະພາບກັນຢ່າງເຕັມສ່ວນ, ຄັດຄ້ານການກະທຳທັງໝົດທີ່ແຊກແຊງວຽກງານພາຍໃນຂອງຈີນ.ໂດມີນິກຈະຕັ້ງໜ້າຈັດຕັ້ງປະຕິບັດຂໍ້ລິເລີ່ມທົ່ວໂລກຕ່າງໆ, ປະກອບສ່ວນອັນຕັ້ງໜ້າເຂົ້າໃນການຊຸກຍູ້ສັນຕິພາບ ແລະ ການພັດທະນາຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

123全文 3 下一页

Share this story on

Messenger Pinterest LinkedIn