ພາສາລາວ

ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີ ສ ນາອູຣູ

cri2024-03-26 14:49:59
Share
Share this with Close
Messenger Pinterest LinkedIn

ວັນທີ 25 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານ ເດວິດ ອະດຽງ ປະທານາທິບໍດີ ສ ນາອູຣູທີ່ມາຢ້ຽມຢາມຈີນທາງລັດຖະກິດຢູ່ທີ່ຫໍສະພາປະຊາຊົນຈີນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນຊົມເຊີຍນາອູຣູ ເຊິ່ງກາຍເປັນອີກປະເທດໜຶ່ງທີ່ໄດ້ເຊັນສັນຍາຮ່ວມມືຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”ກັບຈີນ, ຍິນດີພ້ອມກັບນາອູຣູເປີດກວ້າງການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆເຊັ່ນ: ການຄ້າແລະການລົງທຶນ ແລະການກໍ່ສ້າງພື້ນຖານໂຄງລ່າງ ເປັນຕົ້ນ, ທັງຈະສະໜອງຄວາມຊ່ວຍເຫຼືອໂດຍບໍ່ມີເງື່ອນໄຂທາງການເມືອງໃຫ້ແກ່ນາອູຣູເພື່ອບັນລຸການພັດທະນາແບບຍືນຍົງຢ່າງເປັນເຈົ້າການ.

ທ່ານອະດຽງກ່າວວ່າ: ນາອູຣູຍິນດີເຄົາລົບຫຼັກການປະເທດຈີນດຽວ. ຂໍ້ລິເລີ່ມທົ່ວໂລກຢ່າງເປັນລະບົບທີ່ສະເໜີໂດຍທ່ານປະທານສີຈິ້ນຜິງແມ່ນມີຄວາມໝາຍສຳຄັນ. ນາອູຣູຍິນດີຕັ້ງໜ້າເຂົ້າຮ່ວມການຮ່ວມກັນສ້າງ“ໜຶ່ງແລວໜຶ່ງເສັ້ນທາງ” ແລະເພີ່ມການຮ່ວມມືກັບຈີນໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

123全文 3 下一页

Share this story on

Messenger Pinterest LinkedIn