ພາສາລາວ

ທ່ານສີຈິ້ນຜິງຢ້ຽມຢາມພະນັກງານ ແລະ ປະຊາຊົນຂັ້ນຮາກຖານຢູ່ນະຄອນທຽນສິນໂອກາດບຸນກຸດຈີນຈະວຽນມາເຖິງ

CRI2024-02-02 11:01:32
Share
Share this with Close
Messenger Pinterest LinkedIn

ເນື່ອງໃນໂອກາດທີ່ບຸນກຸດຈີນຈະໝູນວຽນມາເຖິງ, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນໄດ້ເດີນທາງໄປສຳຫຼວດຢູ່ນະຄອນທຽນສິນ, ພ້ອມທັງຢ້ຽມຢາມພະນັກງານ ແລະ ປະຊາຊົນຂັ້ນຮາກຖານ. ຕອນເຊົ້າວັນທີ 1 ກຸມພານີ້, ທ່ານໄດ້ເດີນທາງໄປຮອດບ້ານຕີ້ລິ້ວປູ້ຕາແສງຊິ່ນໂຂວເມືອງຊີ່ຊິ່ງກ່ອນ, ເພື່ອຮັບຮູ້ສະພາບການທີ່ຟື້ນຟູການຜະລິດກະສິກຳພາຍຫຼັງໄພນ້ຳຖ້ວມທີ່ເກີດຂຶ້ນໃນປີ 2023, ແລະຢ້ຽມຢາມປະຊາຊົນຜູ້ປະສົບໄພ. ໃນຕອນບ່າຍມື້ດຽວກັນ, ທ່ານສີຈິ້ນຜິງຍັງໄດ້ໄປຖະໜົນວັດທະນະທຳດັ້ງເດີມທຽນສິນ, ກວດເບິ່ງການສະໜອງສິນຄ້າໃນມື້ບຸນກຸດຈີນ, ການອະນຸລັກ ແລະ ນຳໃຊ້ຍ່ານຖະໜົນວັດທະນະທຳປະຫວັດສາດ ແລະ ອື່ນໆ.

1234...全文 5 下一页

Share this story on

Messenger Pinterest LinkedIn