ພາສາລາວ

ທ່ານສີຈິ້ນຜິງພົບປະກັບສົມເດັດ ໂນໂລດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍ

cri2023-09-23 15:29:27
Share
Share this with Close
Messenger Pinterest LinkedIn

ຕອນເຊົ້າວັນທີ23ກັນຍານີ້ ຢູ່ນະຄອນຫາງໂຈ່ວແຂວງເຈີ້ຈ່ຽງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບສົມເດັດ ໂນໂລດົມ ສີຫາໂມນີ ເຈົ້າຊີວິດກຳປູເຈຍທີ່ເຂົ້າຮ່ວມພິທີເປີດງານມະຫາກຳກິລາເອຊຽນເກມຄັ້ງທີ19.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ຜິງກ່າວເນັ້ນໜັກວ່າ: ປີນີ້ເປັນປີຄົບຮອບ10ປີທີ່ຂ້າພະເຈົ້າສະເໜີແນວຄິດ “ມີຄວາມສະໜິດສະໜົມກັນ, ມີຄວາມຈິງໃຈຕໍ່ກັນ, ໃຫ້ຜົນປະໂຫຍດແກ່ກັນ ແລະມີຄວາມໂອບເອື້ອອາລີຕໍ່ກັນ”, ສາຍພົວພັນຈີນ-ກຳປູເຈຍໂຮມສູນສະແດງໃຫ້ເຫັນເຖິງແນວຄິດນີ້ກໍຄືຈີນຍຶດໝັ້ນໃນທິດທາງການຕ່າງປະເທດກັບບັນດາປະເທດອ້ອມຂ້າງທີ່ເປັນເພື່ອນບ້ານທີ່ດີຕໍ່ກັນ, ເປັນຄູ່ຮ່ວມກັນ. ຈີນສະໜັບສະໜູນກຳປູເຈຍເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຕົວຈິງຂອງປະເທດຕົນ, ສະໜັບສະໜູນກຳປູເຈຍບັນລຸສະຖຽນລະພາບແລະການພັດທະນາ, ສະໜັບສະໜູນກຳປູເຈຍເສີມຂະຫຍາຍບົດບາດທີ່ສຳຄັນໃນເວທີສາກົນແລະພາກພື້ນ. ສອງຝ່າຍຄວນສືບຕໍ່ຊຸກຍູ້ການແລກປ່ຽນແລະຮ່ວມມືກັນໃນຂົງເຂດຕ່າງໆເຊັ່ນ: ການສຶກສາ, ວັດທະນະທຳ, ຊາວໜຸ່ມແລະອື່ນໆ, ເພື່ອເຮັດໃຫ້ມິດຕະພາບຈີນ-ກຳປູເຈຍເຂົ້າເຖິງຈິດໃຈຂອງປະຊາຊົນ.

ສົມເດັດສີຫາໂມນີກ່າວວ່າ: ຈີນເຄີຍຈັດງານມະຫາກຳກິລາເອຊຽນເກມຢ່າງສຳເລັດຜົນມາແລ້ວສອງຄັ້ງ, ຂ້າພະເຈົ້າເຊື່ອໝັ້ນວ່າ: ພາຍໃຕ້ການນຳພາຢ່າງເຂັ້ມແຂງຂອງທ່ານປະທານສີຈິ້ນຜິງ, ຈີນຈະສາມາດຈັດງານມະໂຫລານດ້ານກິລາທີ່ໜ້າຊົມແລະປະທັບໃຈໃຫ້ກັບຊາວໂລກໄດ້ອີກຄັ້ງໜຶ່ງຢ່າງແນ່ນອນແລະປະກອບສ່ວນອັນໃໝ່ເຂົ້າໃນການສົ່ງເສີມຄວາມສາມັກຄີແລະມິດຕະພາບຂອງມະຫາຄອບຄົວອາຊີ. ກຳປູເຈຍເດັດດ່ຽວປະຕິບັດນະໂຍບາຍປະເທດຈີນດຽວ, ຍິນດີຮ່ວມກັບຈີນຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ສ້າງຄູ່ຮ່ວມຊາຕາກຳກຳປູເຈຍ-ຈີນ. ຂໍອວຍພອນໃຫ້ມິດຕະພາບກຳປູເຈຍ-ຈີນຈົ່ງໝັ້ນຄົງຂະໜົງແກ່ນຊົ່ວກາລະນານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

ໜອງຕາວາທີ່ມີສີສັນວິຈິດບັນຈົງ

ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ

ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ

ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn