ພາສາລາວ

ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີເວເນຊູເອລາ

CRI2023-09-14 10:53:38
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 13 ກັນຍານີ້, ຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານນິໂກລາສ ມາດູໂຣ ໂມໂຣສ ປະທານາທິບໍດີເວເນຊູເອລາທີ່ໄປຢ້ຽມຢາມຈີນທາງລັດຖະກິດ. ປະມຸກລັດສອງປະເທດປະກາດ ຍົກລະດັບສາຍພົວພັນຈີນ-ເວເນຊູເອລາຂຶ້ນເປັນສາຍພົວພັນຄູ່ຮ່ວມຍຸດທະສາດໃນທຸກສະພາບການ.

ທ່ານສີຈິ້ນຜິງຊີ້ອອກວ່າ, ຈີນເດັດດ່ຽວສະໜັບສະໜູນຄວາມພະຍາຍາມຂອງເວເນຊູເອລາໃນການປົກປັກຮັກສາອະທິປະໄຕແຫ່ງຊາດ, ກຽດສັກສີຂອງຊາດ, ແລະ ສະຖຽນລະພາບທາງສັງຄົມ, ເດັດດ່ຽວສະໜັບສະໜູນພາລະກິດຄວາມເປັນທຳຂອງເວເນຊູເອລາທີ່ຄັດຄ້ານການແຊກແຊງຈາກພາຍນອກ. ຈີນ ແລະ ເວເນຊູເອລາສ້າງສາຍພົວພັນຄູ່ຮ່ວມຍຸດທະສາດໃນທຸກສະພາບການ, ແມ່ນສອດຄ່ອງກັບຄວາມປາດຖະໜາຮ່ວມຂອງປະຊາຊົນສອງຊາດ, ສອດຄ່ອງກັບທ່າອຽງລວມແຫ່ງການພັດທະນາຂອງປະຫວັດສາດ. ສອງຝ່າຍຈະຊຸກຍູ້ໃຫ້ການຮ່ວມມືຍຸດທະສາດລະຫວ່າງຈີນ ແລະ ເວເນຊູເອລາໄດ້ຮັບໝາກຜົນຫຼາຍກວ່າເກົ່າ, ສ້າງຜົນປະໂຫຍດຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ, ເພີ່ມກຳລັງແຮງທາງບວກຫຼາຍກວ່າເກົ່າໃຫ້ແກ່ສັນຕິພາບ ແລະ ການພັດທະນາຂອງໂລກ.

ທ່ານ ມາດູໂຣກ່າວວ່າ, ພາຍໃຕ້ການນຳພາຂອງທ່ານປະທານສີຈິ້ນຜິງ, ຈີນໄດ້ກາຍເປັນປະເທດຍິ່ງໃຫຍ່ທີ່ສຸມໃສ່ສັນຕິພາບ ການພັດທະນາ ແລະ ຄວາມສຸກຂອງມວນມະນຸດ, ແມ່ນຫົວຈັກສຳຄັນທີ່ຊຸກຍູ້ການສ້າງໂລກໃໝ່ທີ່ມີຫຼາຍຂົ້ວ. ເວເນຊູເອລາຍິນດີຮ່ວມກັບຝ່າຍຈີນປົກປັກຮັກສາລັດທິຫຼາຍຝ່າຍ ແລະ ຜົນປະໂຫຍດອັນຊອບທຳຂອງປະເທດພວມພັດທະນາ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ສປປເກົາຫຼີສະເຫີຼມສະຫຼອງວັນຊາດຄົບຄອບ 75 ປີ

ຜູ້ເສຍຊີວິດຈາກແຜ່ນດິນໄຫວຮຸນແຮງທີ່ເກີດຂຶ້ນຢູ່ມາຣົກມີຫຼາຍກວ່າ 2.000 ຄົນ

ປະຊາຊົນ ສ ເກົາຫຼີ ໝື່ນກວ່າຄົນຈັດງານໂຮມຊຸມນຸມເພື່ອກ່າວປະນາມຍີ່ປຸ່ນລະບາຍນ້ຳປົນເປື້ອນລັງສີນິວເຄລຍລົງສູ່ທະເລ

ພົບກັບທ່ານສີຈິ້ນຜິງ | ນີ້ແມ່ນຜົນສຳເລັດທີ່ບໍ່ທຳມະດາ

ທ່ານ ສີຈິ້ນຜິງ: ເມື່ອປະຊາຊົນພົບຄວາມຫຍຸ້ງຍາກ, ປະເທດຊາດຈະສະໜັບສະໜູນຢ່າງສຸດຄວາມສາມາດ

ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າກຳລັງເຂົ້າໃຈຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn