ພາສາລາວ

ທ່ານສີຈິ້ນຜິງກ່າວວ່າ: ຈະຍົກສູງສາຍພົວພັນຈີນ-ກາບົງຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ

cri2023-04-20 11:57:59
Share
Share this with Close
Messenger Pinterest LinkedIn

ວັນທີ 19 ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານອາລີ ເບັນໂບນໂກ ໂອນດີມບາ ປະທານາທິບໍດີກາບົງທີ່ເດີນທາງມາຢ້ຽມຢາມປະເທດຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງກ່າວວ່າ: ເວລາເຄິ່ງສະຕະວັດມານີ້, ພາຍໃຕ້ຄວາມເອົາໃຈໃສ່ ແລະການຊີ້ນຳນຳພາຂອງຜູ້ນຳຫຼາຍຮຸ່ນສອງປະເທດ, ຄວາມມີໄມຕີຈິດມິດຕະພາບຈີນ-ກາບົງໄດ້ໜາແໜ້ນເໝືອນດັ່ງກ້ອນຫີນຢ່າງສະເໝີຕົ້ນສະເໝີປາຍ. ຜະເຊີນກັບການປ່ຽນແປງໃຫຍ່ຂອງໂລກໃນປັດຈຸບັນ, ຈີນ ແລະກາບົງສະໜັບສະໜູນເຊິ່ງກັນແລະກັນ, ປົກປັກຮັກສາຜົນປະໂຫຍດຮ່ວມຂອງສອງປະເທດ, ຍຸຕິທຳ ແລະ ຄວາມເປັນທຳສາກົນ. ຂ້າພະເຈົ້າຂໍສະເໜີຍົກສູງສາຍພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຈີນ-ກາບົງຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານເບັນໂບນໂກ ໂອນດີມບາກ່າວວ່າ: ການຍົກສູງສາຍພົວພັນຈີນ-ກາບົງຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍ. ສາຍພົວພັນຄູ່ຮ່ວມມືແບບໄມຕີຈິດມິດຕະພາບລະຫວ່າງກາບົງ-ຈີນທີ່ຍອດຢ້ຽມສາມາດເຫັນໄດ້ຢູ່ການໄປມາຫາສູ່ກັນໂດຍກົງ ແລະຕໍ່ເນື່ອງລະຫວ່າງສອງຝ່າຍ.

Share this story on

Messenger Pinterest LinkedIn