ພາສາລາວ

ທ່ານສີຈິ້ນຜິງພົບປະກັບທ່ານປູຕີນ

cri2023-03-21 11:27:33
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ20ມີນານີ້ຕາມເວລາທ້ອງຖິ່ນ,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະກັບທ່ານວະລາດີເມຍ ປູຕີນ ປະທານາທິບໍດີຣັດເຊຍຢູ່ວັງແກຣມແລັງຕາມການນັດໝາຍ.

ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນໄດ້ປະຕິບັດນະໂຍບາຍທາງການທູດທີ່ເປັນເອກະລາດແລະເປັນເຈົ້າຕົນເອງມາໂດຍຕະຫຼອດ.ການປັບປຸງແລະຂະຫຍາຍການພົວພັນຈີນ-ຣັດເຊຍໃຫ້ດີ ເປັນການຄັດເລືອກເສັ້ນທາງຍຸດທະສາດຂອງຈີນຈາກດ້ານຜົນປະໂຫຍດທີ່ເປັນກົກຮາກຂອງຕົນແລະທ່ວງທ່າຂະຫຍາຍຕົວຂອງໂລກ. ຈີນແລະຣັດເຊຍລ້ວນແຕ່ອອກແຮງພັດທະນາປະເທດໃຫ້ຈະເລີນຮຸ່ງເຮືອງ,ລ້ວນແຕ່ສະໜັບສະໜູນໃຫ້ໂລກມີຫຼາຍຂົ້ວ,ລ້ວນແຕ່ຊຸກຍູ້ໃຫ້ການພົວພັນສາກົນເປັນແບບປະຊາທິປະໄຕ.ສອງຝ່າຍຕ້ອງລົງເລິກການຮ່ວມມືທີ່ຕິດແທດຕົວຈິງໃນຂົງເຂດຕ່າງໆຕື່ມອີກ,ເພີ່ມທະວີການປະສານສົມທົບກັນໃນຫຼາຍເວທີຄືອົງການສະຫະປະຊາຊາດເປັນຕົ້ນ,ຊ່ວຍໃຫ້ປະເທດຕົນພັດທະນາແລະຈະເລີນຂຶ້ນຕື່ມ,ເປັນເສົາຄ້ຳແຫ່ງສັນຕິພາບແລະສະຖຽນລະພາບຂອງໂລກ.

ທ່ານປູຕີນກ່າວວ່າ:ໃນສິບປີຜ່ານມານີ້,ການພັດທະນາໃນທຸກດ້ານຂອງຈີນລ້ວນແຕ່ໄດ້ຮັບໝາກຜົນອັນຍິ່ງໃຫຍ່ທີ່ເຫັນໄດ້ຢ່າງປະຈັກຕາຂອງຊາວໂລກ,ຍ້ອນມີການນຳພາອັນພົ້ນເດັ່ນຂອງທ່ານປະທານສີຈິ້ນຜິງ,ພ້ອມທັງຢັ້ງຢືນໃຫ້ເຫັນເຖິງລັກສະນະດີເດັ່ນຂອງລະບອບແຫ່ງຊາດແລະລະບົບຄຸ້ມຄອງຂອງຈີນ.ຣັດເຊຍຍິນດີຮ່ວມກັບຈີນສືບຕໍ່ລົງເລິກການຮ່ວມມືສອງຝ່າຍທີ່ຕິດແທດຕົວຈິງ,ເພີ່ມທະວີການແລກປ່ຽນແລະປະສານສົມທົບກັນໃນວຽກງານສາກົນ,ຊຸກຍູ້ຂະບວນການຫັນເປັນໂລກທີ່ມີຫຼາຍຂົ້ວແລະການພົວພັນສາກົນແບບປະຊາທິປະໄຕ.

Share this story on

Messenger Pinterest LinkedIn