ພາສາລາວ

ຈັດກອງປະຊຸມຄົບຄະນະເທື່ອທີ 2 ກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14

CRI2023-03-08 16:18:16
Share
Share this with Close
Messenger Pinterest LinkedIn

ວັນທີ 7 ມີນາ 2023 ນີ້, ກອງປະຊຸມຄົບຄະນະເທື່ອທີ 2 ກອງປະຊຸມຄັ້ງທີ 1 ຂອງສະພາປະຊາຊົນແຫ່ງຊາດຈີນຊຸດທີ 14 ໄດ້ຈັດຂຶ້ນຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ, ໂດຍໄດ້ຮັບຟັງ ແລະ ພິຈາລະນາບົດລາຍງານວຽກງານຂອງຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນ, ບົດລາຍງານວຽກງານຂອງສານປະຊາຊົນສູງສຸດ, ແລະອົງການໄອຍະການປະຊາຊົນສູງສຸດ, ພ້ອມນັ້ນຍັງໄດ້ຮັບຟັງການອະທິບາຍກ່ຽວກັບແຜນການປະຕິຮູບກົງຈັກຄະນະລັດຖະບານຈີນ. ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນ ພ້ອມດ້ວຍຜູ້ນຳພັກ ແລະ ລັດທ່ານອື່ນໆໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້.

ໂດຍໄດ້ຮັບການມອບໝາຍຈາກຄະນະລັດຖະບານຈີນ, ທ່ານຊ່ຽວເຈ ທີ່ເປິກສາແຫ່ງລັດ ທັງເປັນເລຂາທິການຄະນະລັດຖະບານໄດ້ອະທິບາຍກ່ຽວກັບແຜນການປະຕິຮູບກົງຈັກຄະນະລັດຖະບານຈີນ, ໂດຍຊີ້ອອກວ່າ, ການປະຕິຮູບກົງຈັກຄະນະລັດຖະບານເປັນໜ້າທີ່ສຳຄັນຢ່າງໜຶ່ງໃນການປະຕິຮູບກົງຈັກຂອງພັກ ແລະ ລັດ, ໂດຍຈະສຸມໃສ່ການປັບປຸງ ໜ້າທີ່ຮັບຜິດຊອບໃນຂົງເຂດສຳຄັນຕ່າງໆ, ເຊັ່ນ: ວິທະຍາສາດເຕັກນິກ, ການຕິດຕາມຄຸ້ມຄອງການເງິນ, ການຄຸ້ມຄອງຂໍ້ມູນຂ່າວສານ, ການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ, ຊັບສິນທາງປັນຍາ, ວຽກງານຜູ້ອາຍຸສູງ ແລະອື່ນໆ, ຫັນປ່ຽນພາລະບົດບາດຂອງລັດຖະບານ, ເລັ່ງລັດສ້າງລັດຖະບານທີ່ປົກຄອງຕາມກົດໝາຍ.

Share this story on

Messenger Pinterest LinkedIn