ພາສາລາວ

ທ່ານສີຈິ້ນຜິງ ກ່າວວ່າ: ຈີນຈະຍຶດໝັ້ນຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງ, ສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາໂຕເອງ

cri2022-10-23 15:58:06
Share
Share this with Close
Messenger Pinterest LinkedIn

ວັນທີ 23 ຕຸລາ 2022, ກອງປະຊຸມຄົບຄະນະຄັ້ງທີ 1 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນຊຸດທີ 20 ໄດ້ເລືອກຕັ້ງຜູ້ນຳສູນກາງພັກຄອມມູນິດຈີນຊຸດໃໝ່. ໄດ້ເລືອກຕັ້ງທ່ານ ສີຈິ້ນຜິງ ໃຫ້ສືບຕໍ່ດຳລົງຕຳແໜ່ງເປັນເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນອີກສະໄໝໜຶ່ງ. ໃນກອງປະຊຸມຖະແຫຼງຂ່າວຂອງຄະນະປະຈຳກົມການເມືອງສູນກາງພັກຄອມມູນິດ ຈີນສະໄໝທີ 20, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ສູນກາງພັກຄອມມູນິດຈີນກ່າວວ່າ: ຈີນ ຈະຍຶດໝັ້ນຊຸກຍູ້ການພັດທະນາທີ່ມີຄຸນນະພາບສູງຢ່າງເດັດດ່ຽວບໍ່ປ່ຽນແປງ, ສ້າງໂອກາດໃຫ້ແກ່ທົ່ວໂລກຫຼາຍກວ່າເກົ່າດ້ວຍການພັດທະນາໂຕເອງ.

ທ່ານສີຈິ້ນຜິງ ກ່າວວ່າ: ຄວາມເປັນທັນສະໄໝແບບປະເທດຈີນແມ່ນໝາກຜົນທີ່ໄດ້ຮັບຈາກການຄົ້ນຄວ້າ ແລະ ການປະຕິບັດຕົວຈິງມາເປັນໄລຍະຍາວຂອງພັກຄອມມູນິດຈີນ ແລະ ປະຊາຊົນຈີນ, ແມ່ນພາລະກິດທີ່ຍິ່ງໃຫຍ່ ແຕ່ກໍເຕັມໄປດ້ວຍຄວາມລຳບາກ. ໃນຂະບວນການອອກເດີນທາງຄັ້ງໃໝ່, ພັກຄອມມູນິດຈີນຈະສືບຕໍ່ຍຶດໝັ້ນທຸກສິ່ງທຸກຢ່າງມາຈາກປະຊາຊົນ, ແລະທຸກສິ່ງທຸກຢ່າງເພື່ອປະຊາຊົນ, ປ່ຽນຄວາມປາຖະໜາທີ່ຫວັງໃຫ້ຊີວິດການເປັນຢູ່ອັນດີງາມຂອງປະຊາຊົນໃຫ້ບັນລຸຜົນເປັນຈິງຢ່າງບໍ່ຢຸດຢັ້ງ.

ທ່ານສີຈິ້ນຜິງ ເນັ້ນໜັກວ່າ, ພັກຄອມມູນິດຈີນຈະຊຸກຍູ້ການປະຕິຮູບຕົນເອງໂດຍຕະຫຼອດ, ຊຸກຍູ້ການກໍ່ສ້າງພັກຢ່າງເຄັ່ງຄັດຮອບດ້ານ, ເຮັດໃຫ້ພັກຄອມມູນິດຈີນທີ່ມີປະຫວັດສາດຮ້ອຍປີເຕັມໄປດ້ວຍພະລັງຊີວິດໃໝ່ຢ່າງບໍ່ຢຸດຢັ້ງໃນການປະຕິຮູບຕົນເອງ, ແລະ ກາຍເປັນຫົວຈັກຫຼັກແຫຼ່ງທີ່ເຂັ້ມແຂງທີ່ສຸດ ແລະ ໄວ້ໃຈໄດ້ທີ່ສຸດຂອງປະຊາຊົນຈີນຕະຫຼອດໄປ.

ທ່ານສີຈິ້ນຜິງ ກ່າວຕື່ມວ່າ: ການພັດທະນາຂອງຈີນປາສະຈາກໂລກບໍ່ໄດ້, ການພັດທະນາຂອງໂລກກໍຕ້ອງການຈີນເຊັ່ນດຽວກັນ, ປະເທດຈີນຈະຮ່ວມກັນກັບປະຊາຊົນຂອງປະເທດຕ່າງໆໃນໂລກ, ສົ່ງເສີມຄ່ານິຍົມຮ່ວມຂອງມວນມະນຸດທີ່ສັນຕິພາບ, ການພັດທະນາ, ຍຸຕິທຳ, ຄວາມເປັນທຳ, ປະຊາທິປະໄຕ ແລະ ເສລີພາບ, ຮັກສາສັນຕິພາບຂອງໂລກ, ຊຸກຍູ້ການພັດທະນາຂອງໂລກ, ແລະສືບຕໍ່ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.

Share this story on

Messenger Pinterest LinkedIn