ພາສາລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຂອງພັກຄອມມູນິດຈີນຄັ້ງທີ 20 ໄຂຂຶ້ນຢູ່ນະຄອນຫຼວງປັກກິ່ງ

cri2022-10-16 10:10:10
Share
Share this with Close
Messenger Pinterest LinkedIn

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 20 ຂອງພັກຄອມມູນິດຈີນ ເຊິ່ງເປັນພັກກຳອຳນາດຂອງຈີນ ໄດ້ໄຂຂຶ້ນຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງໃນເວລາ 10 ໂມງເຊົ້າຂອງວັນທີ 16 ຕຸລາປີ 2022 ນີ້. ຜູ້ແທນກອງປະຊຸມ ແລະຜູ້ຕາງໜ້າທີ່ໄດ້ຮັບການເຊື້ອເຊີນພິເສດລວມທັງໝົດ 2.300 ກວ່າທ່ານໄດ້ເຂົ້າຮ່ວມກອງປະຊຸມຄັ້ງນີ້, ເພື່ອນມິດນອກພັກ ແລະສະຫາຍທີ່ເປັນຜູ້ຮັບຜິດຊອບຂອງພາກສ່ວນທີ່ກ່ຽວຂ້ອງກໍໄດ້ເຂົ້າຮ່ວມຮັບຟັງ. ກອງປະຊຸມຄັ້ງນີ້ຈະດຳເນີນນັບແຕ່ວັນທີ 16 ຫາ 22 ຕຸລາປີ 2022 ນີ້.

ກອງປະຊຸມຄັ້ງນີ້ຈະໄດ້ຮັບຟັງແລະສຳຫຼວດພິຈາລະນາບົດລາຍງານວຽກງານຂອງຄະນະກຳມະການສູນກາງພັກຄອມມູນິດຈີນ ແລະສຳຫຼວດພິຈາລະນາບົດລາຍງານວຽກງານຂອງຄະນະກຳມະການກວດກາລະບຽບວິໄນສູນກາງພັກຊຸດກ່ອນ, ສຳຫຼວດພິຈາລະນາ ແລະຮັບຮອງກົດລະບຽບຂອງພັກຄອມມູນິດຈີນສະບັບດັດແກ້, ເລືອກຕັ້ງຄະນະກຳມະການສູນກາງພັກຊຸດໃໝ່ ແລະ ຄະນະກຳມະການກວດກາລະບຽບວິໄນສູນກາງພັກຊຸດໃໝ່.

Share this story on

Messenger Pinterest LinkedIn