ພາສາລາວ

ທ່ານສີຈິ້ນຜິງເດີນທາງເຖິງນະຄອນຊາມາຄານຂອງອຸດສະເບກິດສະຖານ ເລີ່ມດຳເນີນການຢ້ຽມຢາມສາທາລະນະລັດອຸດສະເບກິດສະຖານທາງລັດຖະກິດແລະຈະເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້

CRI2022-09-15 11:20:08
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI: ຕອນບ່າຍວັນທີ 14 ກັນຍານີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ເດີນທາງໄປເຖິງສະໜາມບິນສາກົນນາຊາບາເຢັຟ ນະຄອນຊາມາຄານຂອງອຸດສະເບກິດສະຖານດ້ວຍເຮືອບິນພິເສດ, ເລີ່ມດຳເນີນການຢ້ຽມຢາມອຸດສະເບກິດສະຖານທາງລັດຖະກິດແລະຈະເຂົ້າຮ່ວມກອງປະຊຸມຄັ້ງທີ 22 ຂອງສະພາປະມຸກລັດປະເທດສະມາຊິກອົງການຮ່ວມມືຊຽງໄຮ້.

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສຜ່ານທາງລາຍລັກອັກສອນວ່າ: ຕາງໜ້າໃຫ້ລັດຖະບານແລະປະຊາຊົນຈີນສະແດງຄວາມຢື້ຢາມຖາມຂ່າວດ້ວຍຄວາມຈິງໃຈແລະຄຳອວຍພອນອັນປະເສີດໄປຍັງລັດຖະບານແລະປະຊາຊົນອຸດສະເບກິດສະຖານ. ການເດີນທາງຢ້ຽມຢາມຄັ້ງນີ້, ຂ້າພະເຈົ້າຈະຮ່ວມກັນກັບທ່ານເຊັບກັດເມຍຊີໂຢເຢຟ, ປະທານາທິບໍດີຂອງອຸດສະເບກິດສະຖານແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການລົງເລິກການຮ່ວມມືລະຫວ່າງສອງປະເທດແລະບັນຫາສາກົນແລະພາກພື້ນທີ່ມີຄວາມສົນໃຈຮ່ວມກັນ, ວາງແຜນການພັດທະນາດ້ານການພົວພັນລະຫວ່າງຈີນ-ອຸດສະເບກິດສະຖານຮ່ວມກັນ. ຂ້າພະເຈົ້າຄ່ອງຄອຍຕໍ່ການເຂົ້າຮ່ວມກອງປະຊຸມສຸດຍອດຊາມາຄານຂອງອົງການຮ່ວມມືຊຽງໄຮ້, ຮ່ວມກັນກັບຝ່າຍຕ່າງໆເພື່ອສົ່ງເສີມ “ນ້ຳໃຈຊຽງໄຮ້”, ລົງເລິກການຮ່ວມມືຢ່າງຕ່າງຝ່າຍແບບມີຜົນປະໂຫຍດ, ຊຸກຍູ້ໃຫ້ອົງການຮ່ວມມືຊຽງໄຮ້ໄດ້ຮັບການພັດທະນາຢ່າງປອດໃສແລະໝັ້ນທ່ຽງ.

Share this story on

Messenger Pinterest LinkedIn