ພາສາລາວ

ຜູ້ນຳຈີນ ຝຣັ່ງ ເຢຍລະມັນໄດ້ຈັດກອງປະຊຸມສຸດຍອດຜ່ານທາງວິດີໂອ

cri2022-03-09 14:19:12
Share
Share this with Close
Messenger Pinterest LinkedIn

ຕອນບ່າຍຂອງວັນທີ 8 ມີນານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນ ທ່ານເອມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງ ແລະທ່ານໂອລັຟ ໂຊນ ນາຍົກລັດຖະມົນຕີເຢຍລະມັນໄດ້ຈັດກອງປະຊຸມສຸດຍອດຜ່ານທາງວິດີໂອ.

ທ່ານສີຈິ້ນຜິງຊີ້ອອກວ່າ: ຈີນແລະເອີຣົບມີຄວາມເຫັນທີ່ເປັນເອກະພາບກັນໃນຫຼາຍດ້ານ ເຊັ່ນ: ການຮັກສາສັນຕິພາບ ການສະແຫວງຫາການພັດທະນາ ການຊຸກຍູ້ການຮ່ວມມື ແລະອື່ນໆ. ສອງຝ່າຍຄວນເພີ່ມທະວີການສົນທະນາກັນ, ຍຶດໝັ້ນໃນການຮ່ວມມືກັນ, ຊຸກຍູ້ໃຫ້ການພົວພັນຈີນ-ເອີຣົບຂະຫຍາຍໄປໜ້າຢ່າງໜັກແໜ້ນ. ສອງຝ່າຍຄວນສືບຕໍ່ລົງເລິກການຮ່ວມມືຢ່າງແທ້ຈິງໃນຂົງເຂດຕ່າງໆ ເຊັ່ນ: ການພັດທະນາຕາມທິດສີຂຽວ ການພົວພັນຄູ່ຮ່ວມມືດ້ານດີຈີຕອນ ແລະອື່ນໆ ບົນພື້ນຖານຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດ. ສອງຝ່າຍຄວນສືບຕໍ່ຍຶດໝັ້ນໃນລັດທິຫຼາຍຝ່າຍ, ຊຸກຍູ້ການປຶກສາຫາລືກ່ຽວກັບຫົວຂໍ້ສຳຄັນຂອງໂລກ.

ທ່ານເອມມານູແອນ ມາຄຣົງ ແລະທ່ານໂອລັຟ ໂຊນກ່າວວ່າ: ຝ່າຍເອີຣົບໃຫ້ຄວາມສຳຄັນຢ່າງສູງທີ່ປະເທດຈີນໄດ້ເສີມຂະຫຍາຍບົດບາດອັນສຳຄັນແລະຕັ້ງໜ້າໃນວຽກງານສາກົນ, ຝ່າຍເອີຣົບຍິນດີຮ່ວມກັນກັບຝ່າຍຈີນ, ຈັດການພົບປະລະຫວ່າງຜູ້ນຳເອີຣົບແລະຈີນໃຫ້ດີ, ຊຸກຍູ້ການພົວພັນຝຣັ່ງ-ຈີນ ເຢຍລະມັນ-ຈີນ ແລະເອີຣົບ-ຈີນໃຫ້ຂະຫຍາຍຕົວໄປໜ້າຢ່າງບໍ່ຢຸດຢັ້ງ.

ສອງຝ່າຍໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການທີ່ເຄັ່ງຮ້ອນຢູ່ອູແກຼນໃນປະຈຸບັນ. ນອກນີ້, ສອງຝ່າຍຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫານີວເຄຼຍອີຣານ.

Share this story on

Messenger Pinterest LinkedIn