ພາສາລາວ

ທ່ານສີຈິ້ນຜີງກ່າວເນັ້ນໜັກເຖິງຄວາມໝັ້ນຄົງດ້ານສະບຽງອາຫານວ່າ: ໃນທຸກສິ່ງທຸກຢ່າງ ເລື່ອງການກິນເຂົ້າແມ່ນສິ່ງທີ່ສຳຄັນທີ່ສຸດ

cri2022-03-07 15:02:57
Share
Share this with Close
Messenger Pinterest LinkedIn

ຕາມຂ່າວCRI: ໃນຕອນບ່່າຍຂອງວັນທີ 6 ມີນານີ້, ທ່ານສີຈິ້ນຜີງປະທານປະເທດຈີນໄດ້ກ່າວເນັ້ນໜັກເຖິງບັນຫາການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃນເວລາທີ່ທ່ານໄປຢ້ຽມຢາມຄະນະຜູ້ແທນຕ່າງໆໃນວົງການກະສິກຳ, ສະຫວັດດີການສັງຄົມແລະປະກັນສັງຄົມທີ່ເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງທີ 5 ຂອງສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຊຸດທີ 13.

ໃນກອງປະຊຸມ, ຄະນະຜູ້ແທນສະພາປຶກສາການເມືອງປະຊາຊົນແຫ່ງຊາດຈີນຫຼາຍທ່ານໄດ້ປະກອບຄຳເຫັນແລະຄຳແນະນຳກ່ຽວກັບບັນຫາຄວາມໝັ້ນຄົງດ້ານສະບຽງອາຫານໃນຫຼາຍແງ່ມູມທີ່ຕ່າງກັນເຊັ່ນ: ການສ້າງພື້ນຖານຄວາມໝັ້ນຄົງແລະຄຸນນະພາບຂອງຜະລິດຕະພັນກະສິກຳ, ການຊຸກຍູ້ການປະດິດສ້າງໃໝ່ດ້ານແນວພັນດ້ວຍຕົນເອງ, ການເລັ່ງລັດການຫັນເປັນທັນສະໄໝດ້ານກະສິກຳຊົນນະບົດແລະອື່ນໆ.

ທ່ານເລຂາທິການໃຫຍ່ສີຈິ້ນຜີງໄດ້ເອົາໃຈໃສ່ຮັບຟັງແລະໄດ້ແລກປ່ຽນຄວາມຄິດເຫັນຢ່າງເລິກເຊິ່ງກັບຄະນະຜູ້ແທນຕ່າງໆຢ່າງກົງໄປກົງມາ. ທ່ານສີຈິ້ນຜີງກ່າວວ່າ: “ຄວາມໝັ້ນຄົງດ້ານສະບຽງອາຫານ” ແມ່ນ “ສິ່ງສຳຄັນທີ່ສຸດຂອງປະເທດ”. ໃນທຸກສິ່ງທຸກຢ່າງ ເລື່ອງການກິນເຂົ້າແມ່ນສິ່ງທີ່ສຳຄັນທີ່ສຸດ. “ຈີນຕ້ອງອາໄສຄວາມສາມາດຂອງຕົນ, ລ້ຽງຕົນເອງດ້ວຍຕົນເອງ”. ທ່ານເລຂາທິການໃຫຍ່ສີຈິ້ນຜີງເວົ້າດ້ວຍຄວາມເດັດດ່ຽວວ່າ: “ມີການສະສົມສະບຽງອາຫານໄວ້ຢ່າງພຽງພໍ, ໃຈກໍ່ບໍ່ເປັນຫ່ວງຫຍັງ.” ຖ້າວ່າພວກເຮົາບໍ່ຈັບຖ້ວຍເຂົ້າຂອງຕົນໃຫ້ແໜ້ນ, ກໍຈະຖືກຄົນອື່ນຄວບຄຸມ.” “ຄວາມໝັ້ນຄົງດ້ານສະບຽງອາຫານແມ່ນບັນຫາຍຸດທະສາດ”.

ໃນກອງປະຊຸມ, ທ່ານສີຈິ້ນຜີງໄດ້ກ່າວເນັ້ນວ່າຕ້ອງມີມາດຕະການທີ່ມີຄວາມຮັບຜິດຊອບທີ່ສອດຄ່ອງກັບລັດຖະບານແລະຄະນະກຳມະການຂອງພັກ, ຕ້ອງເຮັດວຽກກວດສອບການປະຕິບັດວຽກງານດ້ານຄວາມໝັ້ນຄົງດ້ານສະບຽງອາຫານຢ່າງເຂັ້ມງວດ.

Share this story on

Messenger Pinterest LinkedIn