ພາສາລາວ

ບົດອວຍພອນປີໃໝ່ 2022ຂອງທ່ານສີຈິ້ນຜິງ

cri2021-12-31 19:41:41
Share
Share this with Close
Messenger Pinterest LinkedIn

ບົດອວຍພອນປີໃໝ່ 2022

ໂດຍ: ທ່ານ ສີຈິ້ນຜິງ

ວັນທີ 31 ທັນວາ 2021

ບັນດາສະຫາຍ ເພື່ອນມິດທີ່ເຄົາລົບ, ທ່ານຍິງແລະທ່ານຊາຍທີ່ຮັກແພງ

ສະບາຍດີ ທຸກທ່ານ. ປີ 2022 ໃກ້ຈະໝູນວຽນມາເຖິງນີ້. ຂ້າພະເຈົ້າຢູ່ນະຄອນຫຼວງປັກກິ່ງ ຂໍສົ່ງພອນໄຊອັນປະເສີດໃນຍາມປີໃໝ່ມາຍັງບັນດາທ່ານ.

ເມື່ອຫວນຄືນປີທີ່ຜ່ານມາ ຖືວ່າເປັນປີໜຶ່ງທີ່ມີຄວາມໝາຍບໍ່ທຳມະດາ. ພວກເຮົາໄດ້ເປັນສັກຂີພິຍານໃຫ້ກັບຫຼາຍເຫດການເດັ່ນໆ ທີ່ມີຄວາມໝາຍເປັນຫຼັກໝາຍໃນປະຫວັດສາດຂອງພັກ ແລະ ປະເທດຊາດ. ພວກເຮົາໄດ້ເຮັດສຳເລັດເປົ້າໝາຍສູ້ຊົນຄົບຮອບ 100 ປີ ເຫດການທີໜຶ່ງ ແລະ ພວມກ້າວໄປສູ່ເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດການທີ 2, ພວກເຮົາໄດ້ເລີ່ມການເດີນທາງຄັ້ງໃໝ່ແຫ່ງການສ້າງສາປະເທດສັງຄົມນິຍົມທີ່ທັນສະໄໝຢ່າງຮອບດ້ານ, ແລະພວມກ້າວເດີນໄປຂ້າງໜ້າບົນເສັ້ນທາງແຫ່ງການຟື້ນຟູຄວາມຈະເລີນຮຸ່ງເຮືອງອັນຍິ່ງໃຫຍ່ຂອງປະຊາຊາດຈີນຢ່າງຂະຫຍັນຫ້າວຫັນ.

ນັບຈາກຕົ້ນປີມາຮອດທ້າຍປີນີ້, ປະຊາຊົນຈີນທັງຫຼາຍໄດ້ເຮັດວຽກຢ່າງຫ້າວຫັນຢູ່ຕາມໜ້າທີ່ຕຳແໜ່ງຂອງຕົນຄື: ຢູ່ຕາມນາສວນ, ຢູ່ໃນວິສາຫະກິດ, ຢູ່ເຂດຊຸມຊົນ, ຢູ່ໂຮງຮຽນ, ໂຮງໝໍ, ຄ້າຍທະຫານ, ສະຖາບັນຄົ້ນຄວ້າວິທະຍາສາດ ແລະອື່ນໆ…ທຸກຄົນໄດ້ທຸ້ມເຫື່ອເທແຮງ ມີການປະກອບສ່ວນ ແລະກໍໄດ້ຮັບຜົນງານເຊັ່ນກັນ. ໃນການເວລາທີ່ຜ່ານພົ້ນໄປຢ່າງວ່ອງໄວ, ພວກເຮົາໄດ້ເຫັນ ແລະໄດ້ສຳຜັດເຖິງປະເທດຈີນ ທີ່ມີຄວາມມານະອົດທົນ ແລະມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມ. ເຊິ່ງຢູ່ໃນປະເທດຈີນນີ້ ມີປະຊາຊົນທີ່ໜ້າເຄົາລົບຮັກ, ມີການພັດທະນາທີ່ວ່ອງໄວ ແລະມີພາລະກິດທີ່ສືບທອດມາແຕ່ປະຫວັດສາດ.

ວັນທີ 1 ກໍລະກົດ ພວກເຮົາໄດ້ສະເຫຼີມສະຫຼອງການສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ. ເມື່ອຢືນຢູ່ເທິງຫໍໄຊທຽນອ່ານເມີນ ຂ້າພະເຈົ້າມີຄວາມຮູ້ສຶກຢ່າງເລິກເຊິ່ງວ່າ, ປະຫວັດສາດທີ່ຜ່ານມາ ແມ່ນເຕັມໄປດ້ວຍຄວາມລະອິດລະອ້ຽວ, ແຕ່ພັກກອມມູນິດຈີນໄດ້ນຳພາປະຊາຊົນນັບເປັນຫຼາຍຮ້ອຍລ້ານຄົນ ຜ່ານຜ່າຄວາມທຸກຍາກຕ່າງໆນານາ, ເຖິງຈະພົບອຸປະສັກຫຼາຍຢ່າງກໍບໍ່ທໍ້ຖອຍ, ເຖິງຈະພົບຄວາມອັນຕະລາຍນັບເປັນໝື່ນຢ່າງກໍບໍ່ປ່ຽນອຸດົມການແຕ່ຫົວທີ, ແລ້ວຈຶ່ງສາມາດປະສົບຜົນສຳເລັດໄດ້ໃນການສ້າງພັກໃຫຍ່ທີ່ສະຫງ່າຜ່າເຜີຍ. ເມື່ອບໍ່ລືມອຸດົມການແຕ່ຫົວທີ, ຈິ່ງຈະປະສົບຜົນສຳເລັດໄດ້ໃນທີ່ສຸດ. ພວກເຮົາມີແຕ່ບຸກບືນສູ້ຊົນຢ່າງຫ້າວຫັນ, ມີແຕ່ມານະພະຍາຍາມຢ່າງບໍ່ຮູ້ອິດຮູ້ເມື່ອຍເທົ່ານັ້ນ, ຈິ່ງສາມາດບໍ່ໃຫ້ປະຫວັດສາດຜິດຫວັງ, ບໍ່ໃຫ້ຍຸກສະໄໝຜິດຫວັງ ແລະບໍ່ໃຫ້ປະຊາຊົນຜິດຫວັງ.

1234全文 4 下一页

Share this story on

Messenger Pinterest LinkedIn