ພາສາລາວ

ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນ ສີສຸລິດຜ່ານຮູບແບບວີດີໂອ

cri2021-12-03 20:22:24
Share
Share this with Close
Messenger Pinterest LinkedIn

ທ່ານທອງລຸນ ສີສຸລິດກ່າວວ່າ, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດໃຫ້ກັບການສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ຂໍອວຍພອນໄຊອັນປະເສີດໃຫ້ກັບກອງປະຊຸມຄົບຄະນະຄັ້ງທີ 6 ຂອງພັກກອມມູນິດຈີນສະໄໝທີ 19 ໄດ້ຮັບໝາກຜົນສຳຄັນໃນປະຫວັດສາດ. ຂໍສະແດງຄວາມຮູ້ບຸນຄຸນຕໍ່ສະຫາຍປະທານປະເທດສີຈິ້ນຜິງ, ພັກ ລັດຖະບານແລະປະຊາຊົນຈີນທີ່ໄດ້ໃຫ້ການສະໜັບສະໜູນແລະຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວຢ່າງສະເໝີຕົ້ນສະເໝີປາຍ. ທ່ານທອງລຸນ ສີສຸລິດໄດ້ສະແດງຄວາມເຫັນດີເຫັນພ້ອມກັບການຕີລາຄາຢ່າງສູງກ່ຽວກັບການພົວພັນລະຫວ່າງສອງພັກແລະສອງລັດຖະບານລາວແລະຈີນແລະຄຳເຫັນສຳຄັນຂອງສະຫາຍປະທານປະເທດສີຈິ້ນຜິງກ່ຽວກັບການເສີມຂະຫຍາຍການພົວພັນສອງຝ່າຍ. ຍ້ອນໄດ້ຮັບຜົນປະໂຫຍດຈາກຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງທີ່ສະເໜີໂດຍສະຫາຍປະທານປະເທດ ສີຈິ້ນຜິງ ເຮັດໃຫ້ເສັ້ນທາງລົດໄຟລາວ-ຈີນໄດ້ສ້າງສຳເລັດ ແລະເຮັດໃຫ້ຄວາມຝັນຄວາມຄອງຄອຍຂອງປະຊາຊົນລາວບັນລຸຜົນເປັນຈິງ. ສປປ ລາວຍິນດີສືບຕໍ່ຮັກສາການໄປມາຫາສູ່ກັນລະຫວ່າງການນຳຂັ້ນສູງຂອງສອງຝ່າຍ, ເພີ່ມທະວີຄວາມເຂົ້າໃຈກັນດ້ານຍຸດທະສາດ, ເພື່ອເສີມຂະຫຍາຍປະສິທິພາບທາງດ້ານເສດຖະກິດຂອງເສັ້ນທາງລົດໄຟລາວຈີນໃຫ້ເຖິງລະດັບສູງສຸດ, ຊຸກຍູ້ໃຫ້ການຮ່ວມມືດ້ານເສດຖະກິດລະຫວ່າງລາວ-ຈີນໄດ້ຮັບໝາກຜົນຫຼາຍຍິ່ງຂຶ້ນ. ຈີນແມ່ນເສົາຄ້ຳທີ່ສຳຄັນໃນການຮັກສາສັນຕິພາບແລະສະຖຽນລະພາບຂອງໂລກກໍ່ຄືຂອງພາກພື້ນຕະຫຼອດມາ, ຈີນໄດ້ປະຕິບັດຕາມນະໂຍບາຍການຕ່າງປະເທດສັນຕິພາບແລະເປັນມິດກັບປະເທດຕ່າງໆຢ່າງສະເໝີຕົ້ນສະເໝີປາຍ, ແລະໄດ້ຮັບການຍອມຮັບຢ່າງກວ້າງຂວາງຈາກປະຊາຄົມໂລກ, ທັງໄດ້ຮັບການສະໜັບສະໜູນຢ່າງແຂງແຮງຈາກປະເທດຕ່າງໆໃນໂລກທີ່ຮັກຫອມສັນຕິພາບນັ້ນນັບມື້ນັບຫຼາຍ. ສປປ ລາວຍຶດໝັ້ນໃນການສະໜັບສະໜູນຫຼັກໝັ້ນອັນເປັນທຳຂອງປະເທດຈີນໃນບັນຫາກ່ຽວກັບຜົນປະໂຫຍດແກນກາງ, ຍຶດໝັ້ນການສະໜັບສະໜູນຈີນຈັດງານມະຫະກຳກິລາໂອລິມປິກລະດູໜາວປັກກິ່ງໃຫ້ສຳເລັດຜົນ. ລາວຍິນດີຮ່ວມກັບຈີນເພີ່ມທະວີການປະສານສົມທົບກັນໃນວຽກງານສາກົນ, ຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານອາຊຽນ-ຈີນໃຫ້ຂະຫຍາຍຕົວໄປໜ້າຢ່າງບໍ່ຢຸດຢັ້ງ, ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງແລະການພັດທະນາຂອງພາກພື້ນ.

Share with:

2021-12-03 20:22:24 cri

首页上一页123 3

Share this story on

Messenger Pinterest LinkedIn