ພາສາລາວ

ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນ ສີສຸລິດຜ່ານຮູບແບບວີດີໂອ

cri2021-12-03 20:22:24
Share
Share this with Close
Messenger Pinterest LinkedIn

ທ່ານສີຈິ້ນຜິງກ່າວເນັ້ນວ່າ, ການຮັບໃຊ້ປະຊາຊົນແມ່ນຈຸດປະສົງຮ່ວມຂອງສອງພັກຈີນ-ລາວ, ການພົວພັນລະຫວ່າງຈີນ-ລາວກໍ່ໄດ້ເນັ້ນໃສ່ການໃຫ້ຄວາມສຳຄັນກັບປະຊາຊົນ, ສ້າງຜົນປະໂຫຍດໃຫ້ປະຊາຊົນຫຼາຍກວ່າເກົ່າ. ຈີນຈະສືບຕໍ່ສະໜັບສະໜູນ ສປປ ລາວໃນດ້ານການສະໜອງວັກຊິນປ້ອງກັນໂຄວິດ-19, ວັດຖຸອຸປະກອນຕ້ານການແຜ່ລະບາດຂອງພະຍາດແລະດ້ານອື່ນໆ, ເພີ່ມທະວີການຮ່ວມມືດ້ານການປິ່ນປົວພະຍາດແລະການຊ່ວຍເຫຼືອເພື່ອລຶບລ້າງຄວາມທຸກຍາກຢູ່ຊົນນະບົດ, ລົງເລິກການແລກປ່ຽນລະຫວ່າງຊາວໜຸ່ມ, ວັດທະນະທຳແລະການແລກປ່ຽນລະຫວ່າງທ້ອງຖີ່ນ, ເພື່ອໃຫ້ປະຊາຊົນສອງປະເທດໄດ້ຮັບຜົນປະໂຫຍດຫຼາຍກວ່າເກົ່າ ແລະມີຄວາມສົມບຸນພຸນສຸກຫຼາຍຂຶ້ນ. ຈີນຍິນດີຮ່ວມກັບລາວຈັດຕັ້ງປະຕິບັດລັດທິຫຼາຍຝ່າຍຢ່າງແທ້ຈິງ, ຜັນຂະຫຍາຍຂໍ້ລິເລີ່ມພັດທະນາທົ່ວໂລກ, ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຊຽນທີ່ມີຄວາມແໜ້ນແຟ້ນກວ່າເກົ່າ, ຮ່ວມກັນປົກປັກຮັກສາສັນຕິພາບ, ສະຖຽນລະພາບແລະຄວາມຈະເລີນຮຸ່ງເຮືອງຂອງພາກພື້ນ.

首页上一页123全文 3 下一页

Share this story on

Messenger Pinterest LinkedIn