ພາສາລາວ

ທ່ານສີຈິ້ນຜິງພົບປະກັບທ່ານທອງລຸນ ສີສຸລິດຜ່ານຮູບແບບວີດີໂອ

cri2021-12-03 20:22:24
Share
Share this with Close
Messenger Pinterest LinkedIn

ວັນທີ 3 ທັນວານີ້, ທ່ານສີຈິ້ນຜິງ ເລຂາທິການ ໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດແຫ່ງສປ ຈີນ ໄດ້ພົບປະກັບທ່ານທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານ ສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດແຫ່ງ ສປປ ລາວ ຜ່ານຮູບແບບວິດີໂອ.

ທ່ານສີຈິ້ນຜິງກ່າວວ່າ: ປີນີ້ເປັນປີທີ່ສອງປະເທດຈີນແລະລາວໄດ້ສ້າງຕັ້ງສາຍພົວພັນທາງການທູດຄົບຮອບ60ປີແລະເປັນປີມຕະພາບຈີນ-ລາວ. ໃນຕະຫລອດໄລຍະ 60 ປີຜ່ານມາ, ສາຍພົວພັນຈີນ-ລາວສາມາດຜ່ານຜ່າການທົດສອບຈາກສະພາບການສາກົນທີ່ຜັນແປໄປຢ່າງສັບສົນ ແຕ່ນັບມື້ນັບໝັ້ນແກ່ນແລະມີຊີວິດຊີວາຂຶ້ນ້, ຂໍກຸນແຈສຳຄັນແມ່ນຂຶ້ນກັບວ່າ ສອງຝ່າຍໄດ້ຍຶດໝັ້ນອຸດົມການຮ່ວມກັນ, ໄວ້ເນື້ອເຊື່ອໃຈກັນ ຊ່ວຍເຫລືອ ເຊິ່ງກັນແລະກັນ ແລະຮ່ວມຊາຕາກຳນຳກັນ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: ຈີນ-ລາວລ້ວນແຕ່ຍຶດໝັ້ນໃນ ການນຳ ພາຂອງພັກກອມມູນິດ ແລະທິດທາງສັງຄົມນິຍົມ, ນີ້ຄືຈຸດທາດແທ້ ພິເສດຂອງສາຍພົວພັນລະຫວ່າງສອງປະເທດຈີນ-ລາວ. ເມື່ອຜະເຊີນໜ້າກັບສະ ພາບແວດລ້ອມພາຍນອກອັນສັບສົນແລະຂ້ຽວຂາດ ທັງມີໜ້າທີ່ອັນໜັກໜ່ວງ ຂອງໃຜລາວໃນການປ້ອງກັນແລະຄວບຄຸມພະຍາດໂຄວິດ-19ແລະການ ພັດທະນາເສດຖະກິດສັງຄົມພາຍໃນປະເທດ, ຈີນ-ລາວຄວນມີຈຸດຢືນໃນ ລະດັບສູງໃນດ້ານການເມືອງແລະຍຸດທະສາດແຫ່ງການປົກປັກຮັກສາພາລະກິດຮ່ວມຄືພາລະກິດສັງຄົມນິຍົມ, ຊຸກຍູ້ສາຍພົວພັນລະຫວ່າງສອງພັກ ສອງລັດໃຫ້ຂະຫຍາຍຕົວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ, ສືບຕໍ່ສ້າງຄູ່ຮ່ວມ ຊາຕາກຳຈີນ-ລາວທີ່ໝັ້ນແກ່ນໂດຍບໍ່ສາມາດຕັດແຍກອອກຈາກກັນໄດ້.

ສອງຝ່າຍຄວນຮ່ວມກັນປົກປັກຮັກສາຄວາມໝັ້ນຄົງດ້ານການເມືອງແລະລະບອບການເມືອງຈີນ-ລາວ. ຝ່າຍຈີນຍິນດີຮ່ວມກັບຝ່າຍລາວ ເພີ່ມທະວີການແລກປ່ຽນ ຄວາມຄິດເຫັນໃນດ້ານຍຸດທະສາດ, ລົງເລິກການແລກປ່ຽນບົດຮຽນ ໃນການປົກຄອງແລະບໍລິຫານປະເທດ, ສະໜັບສະໜູນ ແລະຊ່ວຍເຫລືອພາລະກິດສ້າງສາພັດທະນາປະເທດຊາດຂອງລາວຕາມຄວາມສາມາດຂອງຕົນ. ສອງຝ່າຍຄວນເສີມຂະຫຍາຍບົດບາດການປະ ສານງານຂອງຄະນະກຳມະການຮ່ວມມືແລວເສດຖະກິດຈີນ-ລາວໃຫ້ເກີດມີປະສິດທິຜົນທີ່ດີ,ວາງແຜນໃຫ້ເປັນເອກະພາບກັນໃນການຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງປະເທດຈີນ-ລາວ, ຊຸກຍູ້ການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ພັດທະນາດ້ວຍຄຸນນະພາບສູງ, ຍົກລະດັບການຮ່ວມມື ຕົວຈິງໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ທາງລົດໄຟຈີນ-ລາວໄດ້ເປີດນຳໃຊ້ຢ່າງເປັນ ທາງການໃນມື້ນີ້, ຄວາມໃຝ່ຝັນຂອງລາວທີ່ຫັນຈາກປະເທດທີ່ບໍ່ມີທາງອອກ ສູ່ທະເລກາຍມາເປັນປະເທດເຊື່ອມໂຍງເຊື່ອມຈອດ ນັ້ນຈະປາກົດຜົນເປັນຈິງ ໃນໄວໆນີ້. ພວກເຮົາບໍ່ພຽງແຕ່ຄວນບັນລຸການເຊື່ອມໂຍງເຊື່ອມຈອດກັນ ໃນດ້ານຮາດແວເທົ່ານັ້ນ, ຍັງຄວນພັດທະນາການເຊື່ອມໂຍງເຊື່ອມ ຈອດກັນໃນດ້ານຊັອຟແວໃຫ້ດີອີກດ້ວຍ, ປະຕິບັດວຽກງານການບົວລະບັດຮັກສາ ແລະການຮັບປະກັນຄວາມປອດໄພໃຫ້ກັບທາງລົດໄຟຈີນ-ລາວໃນຕໍ່ໜ້າໃຫ້ດີ, ສ້າງແລວ ເສດຖະກິດລຽບຕາມເສັ້ນທາງລົດໄຟທີ່ມີຄຸນນະພາບສູງ, ຍືນຍົງ ແລະສ້າງ ຜົນປະໂຫຍດໃຫ້ກັບປະຊາຊົນ. ຄວນຊຸກຍູ້ການຮ່ວມມືດ້ານໂຄງການພື້ນຖານ ໂຄງລ່າງແບບໃໝ່, ຍົກລະດັບການເຊື່ອມໂຍງເຊື່ອມຈອດກັນດ້ານພະລັງ ງານລະຫວ່າງຈີນ-ລາວໃຫ້ສູງຂຶ້ນ, ເພີ່ມທະວີການຮ່ວມມືໃນຂົງເຂດຕ່າງໆເຊັ່ນ: ກະສິກຳ, ເຂດພັດທະນາເສດຖະກິດ, ການທະນາຄານເປັນຕົ້ນ.

123全文 3 下一页

Share this story on

Messenger Pinterest LinkedIn