ພາສາລາວ

ທ່ານສີຈິ້ນຜິງສະເໜີຈຸດຢືນ 4 ຂໍ້ກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກກາໃນຍຸກໃໝ່

cri2021-11-30 11:36:40
Share
Share this with Close
Messenger Pinterest LinkedIn

ຕອນຄ່ຳວັນທີ 29 ພະຈິກນີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມພິທີເປີດກອງປະຊຸມລະດັບລັດຖະມົນຕີຄັ້ງທີ 8 ຂອງເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກກາຜ່ານທາງວີດີໂອ ໂດຍໄດ້ກ່າວຄຳປາໄສໃນຫົວຂໍ້: “ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກ, ສືບທອດພາລະກິດຂອງຄົນລຸ້ນກ່ອນ, ບຸກເບີກເສັ້ນທາງໃໝ່,ຮ່ວມກັນສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກກາໃນຍຸກໃໝ່ ”.

ທ່ານສີຈິ້ນຜິງໄດ້ສະເໜີຈຸດຢືນ4ຂໍ້ກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກກາໃນຍຸກໃໝ່ຄື: ໜຶ່ງ, ຍຶດໝັ້ນຄວາມສາມັກຄີຕ້ານພະຍາດ, ສອງ, ລົງເລິກການຮ່ວມມືທີ່ຕິດແທດຕົວຈິງ, ສາມ, ຊຸກຍູ້ການພັດທະນາຕາມທິດສີຂຽວ, ສີ່, ປົກປັກຮັກສາຄວາມຍຸຕິທຳແລະຄວາມເປັນທຳ.

ທ່ານສີຈິ້ນຜິງກ່າວເນັ້ນວ່າ: “ໂລກຕ້ອງການລັດທິຫຼາຍຝ່າຍທີ່ແທ້ຈິງ. ສັນຕິພາບ,ການພັດທະນາ, ຄວາມຍຸຕິທຳ,ຄວາມເປັນທຳ, ປະຊາທິປະໄຕ, ເສລີພາບແມ່ນຄ່ານິຍົມຮ່ວມຂອງມວນມະນຸດ, ທັງເປັນເປົ້າໝາຍຮ່ວມທີ່ສອງຝ່າຍຈີນ-ອາຟຣິກກາພະຍາຍາມສູ້ຊົນຢ່າງບໍ່ລົດລະ. ພວກເຮົາລ້ວນແຕ່ມີຈຸດຢືນກ້າວເດີນຕາມເສັ້ນທາງການພັດທະນາທີ່ສອດຄ່ອງກັບສະພາບຄວາມເປັນຈິງຂອງປະເທດຕົນ, ລ້ວນແຕ່ສຸມກຳລັງເຂົ້າໃນການປົກປັກປັກຮັກສາສິດຜົນປະໂຫຍດຂອງປະເທດພວມພັດທະນາ, ລ້ວນແຕ່ຄັດຄ້ານການແຊກແຊງວຽກງານພາຍໃນຂອງປະເທດອື່ນ, ການຈຳແນກເຊື້ອຊາດຜິວພັນ, ແລະການຂວ້ຳບາດແຕ່ຝ່າຍດຽວ. ພວກເຮົາຕ້ອງຍຶດໝັ້ນໃນຈຸດຢືນຮັກສາຄວາມເປັນທຳຂອງປະເທດພວມພັດທະນາຢ່າງໝັ້ນໃຈແລະເດັດດ່ຽວ, ຫັນປ່ຽນຄວາມຮຽກຮ້ອງຕ້ອງການຮ່ວມແລະຜົນປະໂຫຍດຮ່ວມຂອງພວກເຮົາໃຫ້ເປັນການເຄື່ອນໄຫວຮ່ວມກັນ.”

ຜູ້ນຳບັນດາປະເທດອາຟຣິກາທີ່ເຂົ້າຮ່ວມກອງປະຊຸມໄດ້ຢືນຢັນຢ່າງເຕັມສ່ວນຕໍ່ໝາກຜົນທີ່ສອງຝ່າຍຈີນ-ອາຟຣິກກາໄດ້ຮັບໃນຂົງເຂດການຮ່ວມມືທີ່ກ່ຽວຂ້ອງນັບແຕ່ກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືຈີນ-ອາຟຣິກກາທີ່ປັກກິ່ງເປັນຕົ້ນມາ, ປະເທດອາຟຣິກກາຍ້ອງຍໍຊົມເຊີຍຝ່າຍຈີນຢ່າງສູງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນປະເສີດໃນການສະໜອງວັກຊີນໃຫ້ແກ່ປະເທດອາຟຣິກກາເພື່ອຕ້ານກັບພະຍາດໂຄວິດ-19 ແລະອື່ນໆ. ທ່ານປະທານສີຈິິ້ນຜິງໄດ້ສະເໜີຈຸດຢືນ 4 ຂໍ້ກ່ຽວກັບການຊຸກຍູ້ການເສີມຂະຫຍາຍສາຍພົວພັນຈີນ-ອາຟຣິກກາແລະໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ 9 ໂຄງການເພື່ອເພີ່ມທະວີການຮ່ວມມືຕົວຈິງລະຫວ່າງຈີນ-ອາຟຣິກກາ ເຊິ່ງໄດ້ສະແດງໃຫ້ເຫັນອີກຄັ້ງໃໝ່ວ່າ ຈີນມີຄວາມປາຖະໜາທີ່ຈິງໃຈແລະເດັດດ່ຽວເພື່ອສະໜັບສະໜູນແລະຊ່ວຍອາຟຣິກກາຕ້ານກັບພະຍາດໂຄວິດ-19 ແລະບັນລຸການພັດທະນາແບບຍືນຍົງຕາມທິດສີຂຽວ. ອາຟຣິກກາຍິນດີຮ່ວມກັບຝ່າຍຈີນຮັດແໜ້ນຄວາມສາມັກຄີແລະມິດຕະພາບ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຕັ້ງໜ້າຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ເປີດຍຸກໃໝ່ແຫ່ງການພົວພັນຈີນ-ອາຟຣິກກາ, ສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກກາໃນຍຸກໃໝ່.

Share with:

2021-11-30 11:36:40 cri

ທ່ານສີຈິ້ນຜິງສະເໜີຈຸດຢືນ 4 ຂໍ້ກ່ຽວກັບການສ້າງປະຊາຄົມຮ່ວມຊາຕາກຳຈີນ-ອາຟຣິກກາໃນຍຸກໃໝ່

Share this story on

Messenger Pinterest LinkedIn