ພາສາລາວ

ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ປາກແມ່ນ້ຳເຫຼືອງທີ່ປ່ອງໃສ່ທະເລຢູ່ນະຄອນຕຸ່ງຢິງແຂວງຊ່ານຕຸ່ງ

cri2021-10-21 17:23:23
Share
Share this with Close
Messenger Pinterest LinkedIn

ວັນທີ 20 ຕຸລານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ປາກແມ່ນ້ຳເຫຼືອງທີ່ປ່ອງໃສ່ທະເລຢູ່ນະຄອນຕຸ່ງຢິງແຂວງຊ່ານຕຸ່ງ. ຕອນບ່າຍມື້ດຽວກັນ, ທ່ານໄດ້ເດີນທາງໄປທ່າກຳປັ່ນທີ່ປາກແມ່ນ້ຳເຫຼືອງປ່ອງໃສ່ທະເລ, ສູນຕິດຕາມວັດແທກສິ່ງແວດລ້ອມນິເວດເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງ, ເຂດສະຫງວນທຳມະຊາດລະດັບຊາດຢູ່ເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງ, ເພື່ອສຳຫຼວດກວດເບິ່ງສະພາບນ້ຳຕາມລຳແມ່ນ້ຳເຫຼືອງແລະສິ່ງແວດລ້ອມນິເວດດິນທາມຢູ່ເຂດສາມຫຼ່ຽມແມ່ນ້ຳເຫຼືອງ, ຮັບຮູ້ສະພາບການອະນຸລັກສິ່ງແວດລ້ອມນິເວດຢູ່ເຂດລ້ອງແມ່ນ້ຳເຫຼືອງ, ການພັດທະນາດ້ວຍຄຸນນະພາບສູງແລະອື່ນໆ.

ແມ່ນ້ຳເຫຼືອງ ເປັນແມ່ນ້ຳທີ່ຫຼໍ່ລ້ຽງຊົນຊາດຈີນ,ມີຄວາມຍາວທັງໝົດ 5464 ກິໂລແມັດ, ມັນໄດ້ໄຫຼ່ປ່ອງໃສ່ທະເລຢູ່ເມືອງເຄີນລີ້ນະຄອນຕຸ່ງຢິງແຂວງຊ່ານຕຸ່ງ. ເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງແມ່ນກຳເນີດຈາກການໄຫຼເຊາະຂອງດິນທັບຖົມກັນຢູ່ປາກແມ່ນ້ຳເຫຼືອງທີ່ປ່ອງໃສ່ທະເລນັ້ນໄດ້ກາຍເປັນລະບົບນິເວດດິນທາມທີ່ສົມບູນທີ່ສຸດຢູ່ເຂດອົບອຸ່ນຂອງຈີນ. ເດືອນຕຸລາປີ1992, ໄດ້ສ້າງຕັ້ງເຂດສະຫງວນທຳມະຊາດລະດັບຊາດຢູ່ເຂດສາມຫຼ່ຽມປາກແມ່ນ້ຳເຫຼືອງຢ່າງເປັນທາງການ,ກວມເນື້ອທີ່ 1.530 ກິໂລຕາແມັດ.

ເຂດສະຫງວນແຫ່ງນີ້ຖືກຂະໜານນາມວ່າ ສະໜາມບິນສາກົນສຳລັບນົກ, ແຕ່ລະປີມັກມີນົກຊະນິດຕ່າງໆຫຼາຍກວ່າ 6 ລ້ານໂຕ ຍ້າຍຖິ່ນບິນມາທີ່ນີ້,ຜ່ານລະດູໜາວຢູ່ແຫ່ງນີ້. ປັດຈຸບັນ, ສວນສາທາລະນະແຫ່ງຊາດປາກແມ່ນ້ຳເຫຼືອງທີ່ກວມເນື້ອທີ່ທັງໝົດ 3.523 ກິໂລຕາແມັດໄດ້ຮຽບຮຽງແຜນແມ່ບົດສຳເລັດແລ້ວ ແລະກຳລັງຊຸກຍູ້ການປະຕິບັດວຽກງານກໍ່ສ້າງຢູ່.

Share with:

2021-10-21 17:23:23 cri

ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ປາກແມ່ນ້ຳເຫຼືອງທີ່ປ່ອງໃສ່ທະເລຢູ່ນະຄອນຕຸ່ງຢິງແຂວງຊ່ານຕຸ່ງ

Share this story on

Messenger Pinterest LinkedIn