ພາສາລາວ

ທ່ານສີຈິ້ນຜິງສະເໜີ “ແຜນການຂອງຈີນ” ກ່ຽວກັບການສ້າງຄວາມສິວິໄລດ້ານນິເວດຂອງໂລກ

cri2021-10-12 19:36:58
Share
Share this with Close
Messenger Pinterest LinkedIn

ວັນທີ 12 ຕຸລານີ້, ກອງປະຊຸມສຸດຍອດຜູ້ນຳປະເທດພາຄີໃນສົນທິສັນຍາວ່າດ້ວຍຊີວະນານາພັນ ຄັ້ງທີ 15 ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງດ້ວຍຮູບແບບອອນລາຍ ແລະ ອອຟລາຍ.

ໃນກອງປະຊຸມຄັ້ງນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຮຽກຮ້ອງໃຫ້ບັນດາປະເທດຈົ່ງເພີ່ມທະວີຄວາມສາມັກຄີ ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກໃນປະຈຸບັນ, ເຮັດໃຫ້ໝາກຜົນແຫ່ງການພັດທະນາ ແລະ ສິ່ງແວດລ້ອມນິເວດທີ່ດີງາມສົ່ງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາປະເທດໃຫ້ຫຼາຍກວ່າເກົ່າ ແລະ ຍຸຕິທຳກວ່າເກົ່າ, ສ້າງໜ່ວຍໂລກທີ່ປະຊາຊົນບັນດາປະເທດໃນໂລກພັດທະນາຮ່ວມກັນ, ທັງໄດ້ສະເໜີ “ແຜນການຂອງຈີນ” ກ່ຽວກັບການສ້າງຄວາມສິວິໄລດ້ານນິເວດ ກໍຄືການພັດທະນາຢ່າງມີຄຸນນະພາບສູງຂອງໂລກ, ເຊິ່ງມີເນື້ອໃນໃຈຄວາມວ່າ:

ໜຶ່ງ, ຖືເອົາການສ້າງຄວາມສິວິໄລດ້ານນິເວດເປັນທິດຊີ້ນຳ, ເພື່ອປະສົມປະສານການພົວພັນລະຫວ່າງມະນຸດ ກັບ ທຳມະຊາດ. ແກ້ໄຂຄວາມຂັດແຍ່ງຈາກຄວາມສິວິໄລດ້ານອຸດສາຫະກຳ, ຈຳກັດການເຄື່ອນໄຫວຂອງມະນຸດໃຫ້ຢູ່ໃນຂອບເຂດຂອງສິ່ງແວດລ້ອມນິເວດ, ອະນຸລັກພູຜາແມ່ນ້ຳ ປ່າໄມ້ ທົ່ງນາ ໜອງບຶງ ທົ່ງຫຍ້າ ແລະ ທະເລຊາຍຢ່າງເປັນເອກະພາບກັນ ແລະ ຄຸ້ມຄອງຢ່າງເປັນລະບົບ.

ສອງ, ຖືເອົາການຫັນປ່ຽນຮູບແບບການພັດທະນາໃຫ້ເປັນແບບສີຂຽວເປັນແຮງຂັບເຄື່ອນ, ຊຸກຍູ້ການພັດທະນາແບບຍືນຍົງຂອງໂລກ. ພວກເຮົາຄວນສ້າງລະບົບເສດຖະກິດແບບສີຂຽວ ກາກບອນຕ່ຳ ແລະ ໝູນວຽນ, ຫັນປ່ຽນທ່າແຮງດ້ານນິເວດໃຫ້ເປັນທ່າແຮງດ້ານການພັດທະນາ, ເຮັດໃຫ້ພູຂຽວນ້ຳໃສໃຫ້ເກີດມີປະສິດທິຜົນອັນໃຫຍ່ຫຼວງ. ພວກເຮົາຄວນເພີ່ມທະວີການຮ່ວມມືສາກົນເພື່ອການພັດທະນາແບບສີຂຽວ, ຮ່ວມກັນຊົມໃຊ້ໝາກຜົນແຫ່ງການພັດທະນາແບບສີຂຽວ.

ສາມ, ຖືເອົາຄວາມສຸກຂອງປະຊາຊົນເປັນໃຈກາງ, ຊຸກຍູ້ຄວາມຍຸຕິທຳ ແລະຄວາມເປັນທຳຂອງສັງຄົມ. ພວກເຮົາຄວນເອົາໃຈໃສ່ຄວາມປາຖະໜາຂອງປະຊາຊົນຢາກມີຊີວິດການເປັນຢູ່ທີ່ດີງາມ, ບັນລຸເປົ້າໝາຍໃນດ້ານການອະນຸລັກສິ່ງແວດລ້ອມ ພັດທະນາເສດຖະກິດ, ສ້າງຕຳແໜ່ງວຽກເຮັດງານທຳ, ລຶບລ້າງຄວາມທຸກຍາກແລະອື່ນໆ, ເຮັດໃຫ້ຂອງປະຊາຊົນມີຄວາມຮູ້ສຶກວ່າໄດ້ຮັບຜົນປະໂຫຍດ, ມີຄວາມສຸກ ແລະ ປອດໄພເພີ່ມຂຶ້ນ.

12全文 2 下一页

Share this story on

Messenger Pinterest LinkedIn