ພາສາລາວ

ກະສິກຳ

cri2021-01-03 18:21:27
Share
Share this with Close
Messenger Pinterest LinkedIn

ຈີນເປັນປະເທດທີ່ຈຳນວນປະຊາກອນກະສິກຳກວມອັດຕາສ່ວນຫຼາຍທີ່ສຸດ, ກະສິກຳມີຖານະສຳຄັນທີ່ສຸດໃນເສດຖະກິດຂອງຈີນ.

ເຖິງວ່າຈີນມີເນື້ອທີ່ບົກ 9 ລ້ານ 6 ແສນກິໂລຕາແມັດກໍຕາມ,ແຕ່ເນື້ອທີ່ກະສິກຳມີພຽງ 1 ລ້ານ 2 ແສນ 7 ໝື່ນກິໂລຕາແມັດທໍ່ນັ້ນ, ກວມເນື້ອທີ່ປູກຝັງຂອງໂລກປະມານ 7%. ຕົ້ນຕໍໂຮມສູນຢູ່ທົ່ງພຽງແລະເຂດຫຼົ້ງໃນພູມອາກາດລົມມໍລະສຸມທີ່ພາກຕາເວັນອອກ. ຂະແໜງການປູກ ຝັງແມ່ນຂະແໜງການຜະລິດກະສິກຳທີ່ສຳຄັນກວ່າໝູ່ຂອງຈີນ, ພືດພັນທັນຍາຫານທີ່ສຳຄັນມີເຂົ້າ, ເຂົ້າເບລ, ສາລີ ແລະຖົ່ວເຫຼືອງເປັນຕົ້ນ, ພືດເສດຖະກິດມີຝ້າຍ, ຖົ່ວດິນ, ໝາກນ້ຳມັນ ແລະຫົວຜັກກາດຫວານເປັນຕົ້ນ.

ກະສິກຳຂອງຈີນໄດ້ພັດທະນາຢ່າງວ່ອງໄວພາຍຫຼັງດຳເນີນການປະຕິຮູບຢູ່ຊົນນະບົດເມື່ອປີ 1978 . ໃນເວລາ 30 ກວ່າປີມານີ້, ພາຍໃຕ້ຂອບຂອງລະບອບກຳມະສິດລວມໝູ່, ການປະຕິຮູບຂອງຊົນນະບົດຈີນໄດ້ຖືຕະຫຼາດເປັນສິ່ງຊີ້ນຳ, ໄດ້ທັບມ້າງໂຄງປະກອບເກົ່າຢ່າງກ້າຫານ,ໄດ້ຄົ້ນຄວ້າຮູບແບບໃໝ່ໃນການບັນລຸເສດຖະກິດລວມໝູ່ພາຍໃຕ້ເງື່ອນໄຂເສດຖະກິດຕະ ຫຼາດ. ການປະຕິຮູບໄດ້ນຳເອົາຜົນປະໂຫຍດຕົວຈິງມາໃຫ້ຊາວກະສິກອນ, ໄດ້ປົດປ່ອຍ ແລະພັດທະນາກຳລັງການຜະລິດຂອງຊົນນະບົດ, ເຊິ່ງໄດ້ຊຸກຍູ້ກະສິກຳເວົ້າລວມ ເວົ້າສະເພາະແມ່ນຊຸກຍູ້ການຜະລິດທັນຍາຫານໃຫ້ເພີ່ມຂຶ້ນຢ່າງວ່ອງໄວ ແລະໄດ້ປັບປຸງອົງປະກອບກະສິກຳໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ກະສິກຳຂອງຈີນໄດ້ຮັບຜົນສຳເລັດຢ່າງພົ້ນເດັ່ນ. ປັດຈຸບັນ, ຜົນຜະລິດທັນຍາຫານ, ຝ້າຍ, ໝາກນ້ຳມັນ, ໃບຢາສູບ, ຜະລິດຕະພັນປະເພດຊີ້ນ, ໄຂ່, ຜະລິດຕະພັນສິນໃນນ້ຳ, ຜັກແລະຜະລິດຕະພັນອື່ນໆຂອງຈີນລ້ວນແຕ່ເປັນອັນດັບທີໜຶ່ງໃນໂລກ.

ໃນຊຸມປີຜ່ານມານີ້, ລັດຖະບານຈີນໄດ້ຖືການພັດທະນາກະສິກຳເປັນວຽກງານຈຸດສຸມມາໂດຍຕະຫຼອດ, ໄດ້ເພີ່ມງົບປະມານເຂົ້າໃນກະສິກຳໃຫ້ຫຼາຍຂຶ້ນເລື້ອຍໆ, ເຊິ່ງເຮັດໃຫ້ຊາວກະສິ ກອນມີລາຍໄດ້ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງເພື່ອບັນລຸໃຫ້ຊົນນະບົດກັບຕົວເມືອງພັດທະນາຢ່າງກົມ ກຽວກັນ.

Share this story on

Messenger Pinterest LinkedIn