ພາສາລາວ

ພາກທີ 1: ດິນແດນແຫ່ງຊາດ

cri2021-01-03 15:46:46
Share
Share this with Close
Messenger Pinterest LinkedIn

ຊື່ຫຍໍ້ຂອງ ສາທາລະນະລັດປະຊາຊົນຈີນແມ່ນປະເທດຈີນ, ຕັ້ງຢູ່ພາກຕາເວັນອອກແຜ່ນດິນໃຫຍ່ອາຊີ ແລະຝັ່ງຕາເວັນຕົກມະຫາສະໝຸດປາຊີຟິກ, ເນື້ອທີ່ທາງບົກມີປະມານ 9 ລ້ານ 6 ແສນກີິໂລຕາແມັດ, ເປັນປະເທດໃຫຍ່ກວ່າໝູ່ໃນອາຊີ ແລະເປັນປະເທດໃຫຍ່ອັນດັບສາມຂອງໂລກ ຖັດຈາກຣັດເຊຍ ແລະການາດາ.

ພາກເໜືອດິນແດນຈີນ ເລີ່ມແຕ່ກາງແມ່ນ້ຳເຫີຍລົງທີ່ຢູ່ພາກເໜືອແມ່ນ້ຳໂມ້ເຫີຄືເສັ້ນຂະໜານທີ 53,30 ອົງສາເໜືອ, ພາກໃຕ້ຮອດເກາະເຈີ່ງມູອ້ານຊ່າ ທີ່ຢູ່ສົ້ນໃຕ້ໝູ່ເກາະນານຊ່າ ຄືເສັ້ນຂະໜານທີ 4 ອົງສາເໜືອ, ພາກໃຕ້ແລະພາກເໜືອ ຫ່າງກັນປະມານ 5.500 ກິໂລແມັດ, ພາກຕາເວັນອອກເລີ່ມແຕ່ບ່ອນໄຫຼເຂົ້າກັນຂອງແມ່ນ້ຳເຫີຍລົງແລະແມ່ນ້ຳອູຊູລີ ຄືເສັ້ນແວງທີ 135,05 ອົງສາຕາເວັນອອກ, ພາກຕາເວັນຕົກຮອດພູພຽງພາມິນ ຄືເສັ້ນແວງທີ 73,40 ອົງສາຕາເວັນອອກ, ພາກຕາເວັນອອກ ແລະພາກຕາເວັນຕົກຫ່າງກັນ 5 ພັນກິໂລແມັດ.

ເຂດຊາຍແດນເທິງບົກຂອງຈີນ ຍາວປະມານ 22.800 ກິໂລແມັດ, ພາກຕາເວັນອອກຕິດກັບ ສປປ ເກົາຫຼີ; ພາກເໜືອຕິດກັບມົງໂກລີ; ພາກຕາເວັນອອກສຽງເໜືອຕິດກັບຣັດເຊຍ; ພາກຕາເວັນຕົກສຽງເໜືອຕິດກັບກາຊັກສຖານ, ກຽກກີສຖານ, ຕາຈີກີສຖານ; ພາກຕາເວັນຕົກ ແລະພາກຕາເວັນຕົກສຽງໃຕ້ ຕິດກັບອັຟການີສຖານ, ປາກີສຖານ, ອິນເດຍ, ເນປານ ແລະພູຖານ; ທິດໃຕ້ຕິດກັບມຽນມາ, ລາວ ແລະຫວຽດນາມ; ພາກຕາເວັນອອກ ແລະພາກຕາເວັນອອກສຽງໃຕ້ມີທະເລຂັ້ນໄວ້ກັບສາທາລະນະລັດເກົາຫຼີ, ຍີ່ປຸ່ນ, ຟີລິບປີນ, ບຼູໄນ, ມາເລເຊຍ ແລະອິນໂດເນເຊຍ.

Share this story on

Messenger Pinterest LinkedIn