ພາສາລາວ

ພາກທີ 2: ທຸງຊາດ ເຄື່ອງໝາຍຊາດ ເພງຊາດແລະນະຄອນຫຼວງ

cri2021-01-03 15:47:19
Share
Share this with Close
Messenger Pinterest LinkedIn

[ທຸງຊາດ]:ທຸງຊາດແຫ່ງສາທາລະນະລັດປະຊາຊົນຈີນ: ທຸງແດງ 5 ດາວ, ຂະໜາດຂອງທຸງລວງຍາວ 3 ສ່ວນແລະລວງກວ້າງ 2 ສ່ວນ. ທຸງຊາດແມ່ນສີແດງ, ເປັນສັນຍະລັກໃຫ້ແກ່ການປະຕິວັດ. ດາວ 5 ແຈ 5 ດວງໃນທຸງຊາດແມ່ນສີເຫຼືອງ, ດາວ 5 ແຈນ້ອຍ 4 ດວງຕ່າງມີແຈໜຶ່ງກົງກັບຈຸດໃຈກາງຂອງດາວໃຫຍ່, ເປັນສັນຍະລັກໃຫ້ແກ່ມະຫາສາມັກຄີຂອງປະຊາຊົນປະຕິວັດ ເຊິ່ງນຳພາໂດຍພັກກອມມູນິດ.

[ເຄື່ອງໝາຍຊາດ]:

ເຄຶ່ອງໝາຍຊາດແຫ່ງສາທາລະນະລັດປະຊາຊົນຈີນ: ເນື້ອໃນຂອງເຄຶ່ອງໝາຍຊາດແຫ່ງສາທາລະນະລັດປະຊາຊົນຈີນປະກອບດ້ວຍທຸງຊາດ, ປະຕູທ່ຽນອ່ານເມີນ, ແຂ້ວໝາກເຟືອງ ແລະຮວງເຂົ້າບະເລ, ເຊິ່ງເປັນສັນຍະລັກໃຫ້ແກ່ການຕໍ່ສູ້ປະຕິວັດປະຊາທິປະໄຕແຜນໃໝ່ຂອງປະຊາຊົນຈີນນັບແຕ່ຂະບວນການວັນທີ 4 ພຶດສະພາເປັນຕົ້ນມາ ແລະເປັນສັນຍະລັກໃຫ້ແກ່ການກຳເນີດຂອງປະເທດ ຈີນໃໝ່ທີ່ຜະເດັດການໂດຍປະຊາທິປະໄຕປະຊາຊົນ ເຊິ່ງນຳໂດຍຊົນຊັ້ນ ກຳມະກອນ ແລະຖືເອົາພັນທະພາບກຳມະກອນຊາວນາເປັນພື້ນຖານ.

[ເພງຊາດ]: ເພງຊາດແຫ່ງສາທາລະນະລັດປະຊາຊົນຈີນ: ເພງຊາດແຫ່ງສາທາລະນະລັດປະຊາຊົນຈີນແມ່ນເພງເດີນກອງທັບອາສາຜູ້ພິລະອາດຫານ. ແຕ່ງເມື່ອປີ 1935,ເນື້ອເພງແຕ່ງໂດຍທ່ານທຽນຮ້ານ ນັກແຕ່ງລະຄອນຮ້ອງ, ທຳນອງເພງແຕ່ງໂດຍທ່ານເນ້ເອີ ຜູ້ລິເລີ່ມສ້າງຂະບວນການດົນຕີໃໝ່ຂອງຈີນ, ເພງນີ້ແມ່ນເພງປະກອບຮູບເງົາ ເລື່ອງ "ລູກຫຼານໃນຍາມສົງຄາມ", ຮູບເງົາເລື່ອງນີ້ ໄດ້ບັນລະຍາຍສະພາບພາຍຫຼັງເຫດການວັນທີ 18 ກັນຍາປີ 1931, ຍີ່ປຸ່ນໄດ້ຍຶດຄອງ 3 ແຂວງພາກຕາເວັນອອກສຽງເໜືອຂອງຈີນ, ປະຊາຊາດຈີນຢູ່ໃນຍາມຫົວລ້ຽວຫົວຕໍ່ແຫ່ງຄວາມເປັນຄວາມຕາຍ, ປັນຍາຊົນຈຳນວນໜຶ່ງບໍ່ມີຄວາມຫງ່ວມເຫງົາແລະລັ່ງເລໃຈ ໂດຍໄດ້ອອກສູ່ແນວໜ້າຕໍ່ຕ້ານຍີ່ປຸ່ນຢ່າງກ້າຫານ. ຄຽງຄູ່ກັບການສາຍຮູບເງົາເລື່ອງນີ້, ແລະການເຄື່ອນໄຫວຂອງຂະບວນການກອບກູ້ປະເທດຊາດ, ເພງບົດນີ້ໄດ້ຮັບການເຜີຍແຜ່ໄປທຸກແຫ່ງຫົນໃນທົ່ວປະເທດຈີນ, ແລະໄດ້ຮັບການຂະໜານນາມວ່າເປັນສຽງແກແຫ່ງການປົດປ່ອຍປະຊາຊາດຈີນ.

ວັນທີ 27 ກັນຍາ 1949, ກອງປະຊຸມຄົບຄະນະສະໄໝປະຖົມມະລືກຂອງສະພາປຶກສາການເມືອງປະຊາຊົນຈີນໄດ້ຜ່ານມະຕິຕົກລົງວ່າ, "ກ່ອນການກຳນົດເພງຊາດແຫ່ງສາທາລະນະລັດປະຊາຊົນຈີນຢ່າງເປັນທາງການ, ໃຫ້ເອົາເພງ "ເດີນກອງທັບອາສາຜູ້ພິລະອາດຫານ" ເປັນເພງຊາດ." ວັນທີ 14 ມີນາ 2004, ກອງປະຊຸມຄັ້ງທີສອງ ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ 10 ໄດ້ຜ່ານລັດຖະທຳມະນູນສະບັບດັດແກ້ລະບຸໄວ້ວ່າ ເພງຊາດແຫ່ງສາທາລະນະລັດປະຊາຊົນຈີນແມ່ນເພງ "ເດີນກອງທັບອາສາຜູ້ພິລະອາດຫານ".

《ເພງຊາດແຫ່ງສາທາລະນະລັດປະຊາຊົນຈີນ》 ລຸກຂຶ້ນເຖີດ!

ຜູ້ບໍ່ຍອມເປັນຂ້າທາດທັງຫຼາຍ!

ຈົ່ງກໍ່ກຳແພງຍາວໃໝ່ຂອງພວກເຮົາດ້ວຍເລືອດເນື້ອ!

ເມື່ອປະຊາຊາດຈີນປະເຊີນໄພອັນຕະລາຍ,

ທຸກຄົນຈຳຕ້ອງແຜດສຽງຮ້ອງ.

ລຸກຂຶ້ນ! ລຸກຂຶ້ນ! ຈົ່ງລຸກຂຶ້ນ!

ພວກເຮົາສາມັກຄີເປັນນ້ຳໜຶ່ງໃຈດຽວກັນ,

ປະເຊີນຮ່າລູກປືນຂອງສັດຕູບຸກໜ້າກ້າວເດີນ!

ປະເຊີນຮ່າລູກປືນຂອງສັດຕູບຸກໜ້າກ້າວເດີນ!

ກ້າວເດີນ! ກ້າວເດີນ! ກ້າວເດີນ!

[ນະຄອນຫຼວງ]:ນະຄອນຫຼວງແຫ່ງສາທາລະນະລັດປະຊາຊົນຈີນ: ນະຄອນຫຼວງແຫ່ງສາທາລະນະລັດປະຊາຊົນຈີນແມ່ນປັກກິ່ງ.

ວັນທີ 29 ກັນຍາ ປີ 1949 ສະພາປຶກສາການເມືອງປະຊາຊົນຈີນປະກາດວ່າ ສະພາປຶກສາການເມືອງປະຕິບັດສິດແລະຫນ້າທ່ີຂອງສະພາຜູ້ແທນປະຊາຊົນແຫ່ງຊາດຈີນ, ເປັນເອກະສັນກັນຮັບຮອງໂຄງການຮ່ວມຂອງການປຶກສາການເມືອງປະຊາຊົນຈີນ. ວັນທີ 1 ຕຸລາ 1949, ຢູ່ເທິງຫໍທ່ຽນອ່ານເມີນ ທ່ານປະທານເຫມົາເຈີຕົງ ໄດ້ປະກາດຕໍ່ທົ່ວໂລກຢ່າງເຄັ່ງຂຶມວ່າ: "ລັດຖະບານປະຊາຊົນສູນກາງຂອງສາທາລະນະລັດປະຊາຊົນຈີນສ້າງຕັ້ງຂຶ້ນແລ້ວ. ຕັ້ງແຕ່ນັ້ນມາ ປັກກິ່ງ ນະຄອນຫລວງຂອງປະເທດຈີນໃຫມ່ພ້ອມດ້ວຍສາທາລະນະລັດ ກໍໄດ້ເປີດຫນ້າປະຫວັດສາດໃໝ່ຂອງປະຊາຊາດຈີນ.

Share this story on

Messenger Pinterest LinkedIn