ຕອນເຊົ້າຂອງວັນທີ 26 ຕຸລານີ້ທີ່ນະຄອນຫຼວງວຽງຈັນ ບໍລິສັດລັດວິສາຫະກິດລາວ ໂທລະຄົມມະນາຄົມໄດ້ຈັດງານຖະແຫຼງຂ່າວ ເປີດໂຕລະບົບໂທລະສັບມືຖື 4G ເພື່ອກຽມຮັບໃຊ້ກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ພາຍໃຕ້ການເປັນປະທານຂອງທ່ານ ທອງໃສ ຊານໄຊຍະ, ຜູ້ອຳນວຍການໃຫຍ່ລາວໂທລະຄົມ, ເປັນກຽດເຂົ້າຮ່ວມຂອງທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງໄປສະນີ, ໂທລະຄົມມະນາຄົມແລະສື່ສານ ແລະ ບັນດາແຂກທີ່ມີກຽດເຂົ້າຮ່ວມ.
ເພື່ອເປັນການຂໍ່ານັບຮັບຕ້ອນ ແລະ ປະກອບສ່ວນໃນການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ບໍລິສັດລາວໂທລະຄົມ ແລະ ບໍລິສັດ ຮົວເວີ່ຍຂອງຈີນຈຶ່ງນຳເອົາລະບົບໂທລະສັບມືຖື 4Gຈຳນວນ 20ສະຖານີມາຕິດຕັ້ງຢູ່ນະຄອນຫຼວງວຽງຈັນ. ລະບົບ 4Gນີ້ແມ່ນລະບົບເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານຮຸ່ນທີ 4, ເປັນລະບົບທີ່ທັນສະໄໝທີ່ສຸດໃນປັດຈຸບັນ, ມີຄວາມໄວສູງໃນການຮັບ-ສົ່ງສັນຍານເຖິງ 100Mbps, ສາມາດໂທລົມກັນແບບເຫັນໜ້າ, ເບິ່ງໂທລະພາບ, ສາມາດຮັບຮູ້ຂ່າວຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ແລະ ນຳໃຊ້ອິນເຕີເນັດໃນໂທລະສັບມືຖືແບບສະມ໊າດໂຟ້ນໄດ້ຢ່າງສະດວກສະບາຍ ແລະ ວ່ອງໄວຂຶ້ນກວ່າເກົ່າຫຼາຍເທົ່າ. ນອກຈາກການໃຊ້ງານທົ່ວໄປແລ້ວຍັງລວມເຖິງການໃຊ້ງານລະບົບ Multimidia, ໂດຍມີຄວາມໄວເພີ່ມຂຶ້ນຫລາຍກວ່າ 3Gເຖິງ 5ເທົ່າ. ນອກນັ້ນ, ພາຍໃນງານຍັງມີການສາທິດການນຳໃຊ້ລະບົບອິນເຕີເນັດຄວາມໄວສູງເປັນຕົ້ນວ່າ: ການເບິ່ງໂທລະພາບແບບອອນລາຍ, ເບິ່ງວິດີໂອໃນຢູ່ທູ໊ບ ແລະ ການດາວໂຫຼດຂໍ້ມູນເປັນຕົ້ນ, ແລະ ລາວເປັນປະເທດທີ 2ທີ່ເປີດນຳໃຊ້ 4Gຫລັງຈາກສິງກະໂປໃນພາກພື້ນອາຊຽນ. ເມື່ອສິ້ນສຸດກອງປະຊຸມສຸດຍອດອາເຊັມ ຄັ້ງທີ 9, ລະບົບ 4Gນີ້ຈະໄດ້ຂະຫຍາຍໃນຂອບເຂດທົ່ວປະເທດລາວ ແລະ ຜູ້ນຳໃຊ້ 3Gຈະສາມາດຍົກລະດັບເປັນ 4Gໄດ້