ວັນທີ 5 ທັນວານີ້, ຢູ່ສຳນັກງານໃຫຍ່ສະຫະປະຊາຊາດທີ່ນິວຢອກ, ທ່ານອູໄຮທ່າວ ຮອງຜູ້ຕາງໜ້າຈີນປະຈຳສະຫະປະຊາຊາດໄດ້ເຂົ້າຮ່ວມກອງປະຊຸມລະດັບສູງກ່ຽວກັບການພິຈາລະນາໄລຍະກາງຂອງ “ແຜນການດຳເນີນງານກຸງວຽນ” ແລະໄດ້ປະກອບຄຳຄິດຄຳເຫັນ.
ຕອນຄ່ຳວັນທີ 4 ທັນວານີ້, ທ່ານຊຸ່ຍທ່ຽນຄາຍ ເອກອັກຄະລັດຖະທູດຈີນປະຈຳອາເມຣິກາກ່າວວ່າ, ການພົວພັນຈີນ-ອາເມຣິກາພວມຢູ່ໃນໄລຍະທາງແບ່ງທີ່ສຳຄັນ, ໃນເວລາພົບພໍ້ຄວາມຫຍຸ້ງຍາກແລະສັບສົນຍ້ອນຄວາມຂັດແຍ້ງກັນທາງການຄ້ານັ້ນ, ຕ້ອງເພີ່ມສະຕິລະວັງຕົວໃນລະດັບສູງ ບໍ່ໃຫ້ “ອິດທິກຳລັງທີ່ຫວັງທຳລາຍ”ຈຳນວນໜຶ່ງເຂົ້າມາສ້າງຜົນກະທົບ, ວິສາຫະກິດຂອງສອງປະເທດຄວນເພີ່ມ “ພະລັງທາງບວກ”ໃຫ້ແກ່ມິດຕະພາບແລະການຮ່ວມມືລະຫວ່າງຈີນ-ອາເມຣິກາ.
ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນກ່າວວ່າ, ຈີນພວມຊຸກຍູ້ການເປີດປະຕູສູ່ພາຍນອກໃນລະດັບສູງ. ພວກເຮົາບໍ່ພຽງແຕ່ໄດ້ປະຕິບັດໃຫ້ສຳເລັດລື່ນຄາດໝາຍຂອງຄຳໝັ້ນສັນຍາທັງໝົດທີ່ໃຫ້ໄວ້ໃນເວລາເຂົ້າຮ່ວມອົງການການຄ້າໂລກ WTO ເທົ່ານັ້ນ, ຫາກຍັງໄດ້ຫຼຸດພາສີລົງເຖິງ 7,5% ອີກດ້ວຍ
ຕາມຂໍ້ມູນທີ່ສະມາຄົມຄຸ້ມຄອງການຈຳໜ່າຍອາເມຣິກາປະກາດໃນວັນທີ 2 ທັນວານີ້ສະແດງໃຫ້ເຫັນວ່າ, ຕົວເລກດັດຊະນີຜູ້ຈັດການຝ່າຍຈັດຊື້ຂະແໜງການຜະລິດຫຼື ( PMI )ອາເມຣິກາໃນເດືອນພະຈິກໄດ້ຫຼຸດລົງ 0,2%, ບັນລຸ 48,1 ຈຸດ, ເຊິ່ງໄດ້ຊຸດໂຊມລົງເປັນ 4 ເດືອນລຽນຕິດ.
ຕາມຂ່າວ CRI: ເວັບໄຊ oliannews ຂອງອີຕາລີລາຍງານວ່າ: ກຳມະການຊຸດໃໝ່ຂອງຄະນະກຳມາທິການສະຫະພາບເອີຣົບໄດ້ເລີ່ມດຳລົງຕຳແໜ່ງນັບແຕ່ວັນທີ 1 ທັນວານີ້ເປັນຕົ້ນໄປ, ທ່ານນາງອູຊູລາ ຟອນ ເດີ ໄລເຢີ ໄດ້ດຳລົງຕຳແໜ່ງປະທານຄະນະກຳມາທິການສະຫະພາບເອີຣົບຢ່າງເປັນທາງການ, ທ່ານຊາເລັສ ມີເຊວ ອະດີດນາຍົກລັດຖະມົນຕີແບນຊິກໄດ້ດຳລົງຕຳແໜ່ງເປັນປະທານສະພາເອີຣົບ.
ຕາມຂ່າວ CRI: ການປຶກສາຫາລືກ່ຽວກັບບັນຫານີວເຄຼຍອີຣານລະຫວ່າງຈີນ-ອີຣານໄດ້ຈັດຂຶ້ນຢູ່ປັກກິ່ງໃນວັນທີ 1 ທັນວານີ້.
ວັນທີ 29 ພະຈິກແລ້ວນີ້, ສະພາມົນຕີເອີຣົບໄດ້ຈັດພິທີ, ທ່ານໂດນາວ ທຸສກ໌ ປະທານສະພາມົນຕີເອີຣົບຄົນປັດຈຸບັນໄດ້ມອບຕຳແໜ່ງໃຫ້ທ່ານ ຊາວສ໌ ມິເຊວ ປະທານຜູ້ໃໝ່.
ຕາມສື່ມວນຊົນເຢຍລະມັນລາຍງານວ່າ:ວັນທີ 27 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານນາງ ແອງເຈີລາ ເມີເຄວ ນາຍົກລັດຖະມົນຕີເຢຍລະມັນໄດ້ກ່າວໃມກອງປະຊຸມອະພິປາຍທົ່ວໄປຂອງສະພາສະຫະພັນເຢຍລະມັນໂດຍຮຽກຮ້ອງໃຫ້ບັນດາປະເທດຂອງສະຫະພາບເອີຣົບຈົ່ງປະສານງານຢ່າງເປັນເອກະພາບກັນກ່ຽວກັບມາດຕະຖານຄວາມປອດໄພໃນການກໍ່ສ້າງລະບົບ 5G, ພ້ອມທັງກ່າວເຕືອນວ່າບໍ່ຄວນໃຊ້ທ່າທີໂດດດ່ຽວແລະແຍກປ່ຽວຈີນ.
ກອງປະຊຸມຫົວໜ້າຜູ້ແທນການເຈລະຈາເຂດການຄ້າເສລີຈີນ,ຍີ່ປຸ່ນແລະສ.ເກົາຫຼີຮອບທີ 16 ໄດ້ຈັດຂຶ້ນຢູ່ນະຄອນຫຼວງເຊອູນປະເທດສ.ເກົາຫຼີແຕ່ວັນທີ 28 ຫາ 29 ພະຈິກນີ້.
ຕອນຄ່ຳວັນທີ 29 ພະຈິກນີ້, ເຈົ້າໜ້າທີ່ຕຳຫຼວດລອນດອນຂອງອັງກິດກ່າວວ່າ:ເຫດການໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ຂົວລອນດອນໃນຕອນບ່າຍມື້ດັ່ງກ່າວໄດ້ເຮັດໃຫ້ມີ 2 ຄົນເສຍຊີວິດ, 3 ຄົນບາດເຈັບ. ຜູ້ຕ້ອງສົງໄສຄົນໜຶ່ງຖືກຕຳຫຼວດຍິງຕາຍ.
ວັນທີ 23 ພະຈິກນີ້, ສື່ຣັດເຊຍແຈ້ງຂ່າວວ່າ: ຣັດເຊຍກຽມຈະສ້າງກອງທັບມະນຸດກົນທີ່ສາມາດສຳເລັດໜ້າທີ່ສູ້ຮົບຂຶ້ນກ່ອນປີ 2025.