ທ່ານລີວເຮີ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງນາຍົກລັດຖະມົນຕີຈີນ ທັງເປັນຫົວໜ້າຝ່າຍຈີນຂອງການສົນທະນາເສດຖະກິດຮອບດ້ານຈີນ-ອາເມລິກາຈະຮ່ວມກັບທ່ານໂຣເບີດ ໄລຣີເຈີ ຜູ້ຕາງໜ້າການຄ້າອາເມລິກາ, ທ່ານສະເຕເວີນ ມຸນູຈີນ ລັດຖະມົນຕີກະຊວງການເງິນອາເມລິກາເພື່ອຈັດການປຶກສາຫາລືທາງເສດຖະກິດການຄ້າລະດັບສູງ ຈີນ-ອາເມລິກາຢູ່ນະຄອນຫຼວງປັກກິ່ງແຕ່ວັນທີ 14 ຫາວັນທີ 15 ກຸມພານີ້. ສອງຝ່າຍຈະລົງເລິກຫາລືບັນຫາທີ່ສົນໃຈນຳກັນຕື່ມອີກບົນພື້ນຖານການປຶກສາຫາລືຈັດຂຶ້ນຢູ່ວໍຊິງຕັນໃນຫວ່າງມໍ່ໆນີ້. ທີມງານອາເມລິກາຈະເດີນທາງເຖິງນະຄອນຫຼວງປັກກິ່ງໃນວັນທີ 11 ກຸມພານີ້.