ວັນທີ 1 ທັນວານີ້ ທ່ານສີຈິ້ນຜິງ ປະທານປະເທດຈີນແລະທ່ານໂດໂນ ທຣຳ ປະທານາທິບໍດີອາເມຣິກາໄດ້ພົບປະກັນຢູ່ອາກຊັງຕິນ, ສອງຝ່າຍຕັດສິນໃຈຢຸດຕິການໃຊ້ມາດຕະການຈຳກັດການຄ້າເຊັ່ນ:ການຂຶ້ນພາສີຕື່ມອີກແລະອື່ນໆ; ສອງຝ່າຍຈະໃຊ້ເວລາ 90 ວັນເພື່ອເລັ່ງການປຶກສາຫາລືເພື່ອໃຫ້ບັນລຸການເຊັນສັນຍາ, ຍົກເລີກການຂຶ້ນພາສີຕໍ່ກັນນັບແຕ່ຕົ້ນປີນີ້ມາ, ຖ້າວ່າສອງຝ່າຍບໍ່ສາມາດບັນລຸເປົ້າໝາຍດັ່ງກ່າວ, ອາເມຣິກາມີຄວາມອາດເປັນໄປໄດ້ສູງທີ່ຈະສືບຕໍ່ເຮັດໃຫ້ສົງຄາມການຄ້າຮຸນແຮງຂຶ້ນຕື່ມ.ນີ້ກໍໝາຍຄວາມວ່າ, ໃນໄລຍະ 3 ເດືອນຕໍ່ໜ້າ, ຄະນະເສດຖະກິດການຄ້າຂອງສອງຝ່າຍຈະເປີດການປະຊັບໄຫວພິກແລະຄວາມກ້າຫານຮອບໃໝ່ ເຊິ່ງຕ້ອງເປັນຂະບວນການທີ່ຫຍຸ້ງຍາກສັບສົນແນ່ນອນ. ເປັນຫຍັງຈີນແລະອາເມຣິກາສາມາດຢຸດຕິສົງຄາມການຄ້າຊົ່ວຄາວ? ສາເຫດຕົ້ນຕໍແມ່ນຍ້ອນວ່າ ສົງຄາມການຄ້າທີ່ດຳເນີນມາເປັນເວລາ 8 ເດືອນກວ່າ ນັ້ນໄດ້ເຮັດໃຫ້ທັງສອງຝ່າຍຕ້ອງເສຍຫາຍຢ່າງໜັກໜ່ວງ. ສະຖິຕິສະແດງໃຫ້ເຫັນວ່າ: ການຂາດດຸນການຄ້າສິນຄ້າທີ່ຈັບຕ້ອງໄດ້ຂອງອາເມຣິກາໃນເດືອນຕຸລາຜ່ານມາໄດ້ມີເຖິງ 77,2 ຕື້ໂດລາສະຫະລັດ ເຊິ່ງສ້າງສະຖິຕິສູງອີກຄັ້ງໃໝ່ໃນປະຫວັດສາດ; ຂະນະດຽວກັນ, ໃນໄຕມາດທີສອງປີນີ້, ການລົງທຶນໂດຍກົງຈາກນັກທຸລະກິດຕ່າງປະເທດຢູ່ອາເມຣິກາໄດ້ຫຼຸດລົງ 8,2 ຕື້ໂດລາສະຫະລັດ ຖືວ່າເປັນຄັ້ງທຳອິດນັບແຕ່ຕົ້ນປີ 2015ເປັນຕົ້ນມາ. ມັນເປັນທີ່ຈະແຈ້ງແລ້ວວ່າ,ສົງຄາມການຄ້າບໍ່ໄດ້ຊ່ວຍໃຫ້ອາເມຣິກາບັນລຸເປົ້າໝາຍຫຼຸດການຂາດດຸນການຄ້າໃຫ້ໜ້ອຍລົງ, ການສ້າງໂອກາດວຽກເຮັດງານທຳແລະດຶງດູດທຶນໃຫ້ໄຫຼ ຄືນສູ່ປະເທດແລະອື່ນໆ, ກົງກັນຂ້າມໄດ້ເພີ່ມຄວາມກົດດັນຕໍ່ເສດຖະກິດອາເມຣິກາຕື່ມອີກ.
ປັດຈຸບັນ, ປະມຸກລັດຈີນ-ອາເມຣິກາໄດ້ຕັດສິນໃຈຢຸດຕິຄວາມຂັດແຍ້ງດ້ານເສດຖະກິດການຄ້າຊົ່ວຄາວ, ເວົ້າສຳລັບສອງຝ່າຍແລ້ວລ້ວນແຕ່ເປັນທາງເລືອກທີ່ສະຫຼາດແລະເປັນປະໂຫຍດ. ສະນັ້ນ, ໄລຍະ 3 ເດືອນຕໍ່ໜ້າຈຶ່ງມີຄວາມສຳຄັນຫຼາຍຕໍ່ທັງຈີນແລະອາເມຣິກາ. ແຕ່ວ່າ, ບໍ່ວ່າຜົນການປຶກສາຫາລືສອງຝ່າຍຈະເປັນແນວໃດກໍຕາມ, ໃນຖານະທີ່ເປັນຝ່າຍທີ່ຈຳເປັນຕ້ອງຕອບໂຕ້ໃນສົງຄາມການຄ້າ, ຈີນກໍຈະຮັບມືຢ່າງມີສະຕິແລະທຸ່ນທ່ຽງ.