ຕອນບ່າຍວັນທີ 13ເມສານີ້, ທ່ານສີຈິ້ນຜິງໄດ້ປະກາດໃນພິທີສະຫຼອງວັນສ້າງຕັ້ງແຂວງໄຫຫຼຳແລະວັນສ້າງຕັ້ງເຂດເສດຖະກິດພິເສດໄຫຫຼຳຄົບຮອບ 30 ປີວ່າ, ສູນກາງພັກກອມມູນິດຈີນຕົກລົງສະໜັບສະໜູນທົ່ວເກາະໄຫຫຼຳສ້າງເຂດທົດລອງການຄ້າເສລີ, ສະໜັບສະໜູນໄຫຫຼຳຄົ້ນຄວ້າ ແລະ ຊຸກຍູ້ການສ້າງທ່າກຳປັ່ນການຄ້າເສລີທີ່ມີສີສັນພິເສດຂອງຈີນຢ່າງໜັກແໜ້ນ,ວາງນະໂຍບາຍແລະລະບຽບການກ່ຽວກັບທ່າກຳປັ່ນ,ການຄ້າເສລີໂດຍ ແບ່ງເປັນໄລຍະ ແລະຂັ້ນຕອນ. ນີ້ແມ່ນການຕົກລົງທີ່ສຳຄັນທີ່ສຸດຂອງສູນກາງພັກ ພາຍຫຼັງໄດ້ເລັ່ງສາຍຕາໃສ່ ສະພາບລວມທັງພາຍໃນປະເທດແລະສາກົນ, ລົງເລິກຄົ້ນຄວ້າ, ພິຈາລະນາຢ່າງເປັນເອກະພາບກັນແລະວາງ ແຜນຕາມຫຼັກວິທະຍາສາດ, ທັງເປັນນະໂຍບາຍສຳຄັນທີ່ສະແດງໃຫ້ເຫັນຄວາມຕັດສິນໃຈຂອງຈີນໃນການເປີດ ກວ້າງການໄຂປະຕູສູ່ພາຍນອກ ແລະຕັ້ງຫນ້າຊຸກຍູ້ເສດຖະກິດໂລກາພິວັດ.