ໃນສະໄໝລາຊະວົງຖັງ, ມີນັກສຶກສາຄົນໜຶ່ງໄປເຂົ້າຮ່ວມການສອບເສັງຢູ່ລາຊະທານີຊາງອານ, ມີມື້ໜຶ່ງ, ລາວໄປທ່ຽວຢູ່ຊານເມືອງ ໄດ້ເຫັນເຮືອນນ້ອຍງາມໆຫຼັງໜຶ່ງ, ລາວກໍ່ຢາກເຂົ້າໄປເບິ່ງທາງໃນຂອງເຮືອນ, ບໍ່ນຶກເລີຍວ່າເມື່ອຍ່າງເຂົ້າໄປໃນກໍ່ເກີດຄວາມມັກຮັກຜູ້ສາວຜູ້ສວຍງາມຢູ່ໃນເຮືອນ. ປີລຸ່ນມາ, ນັກສຶກສາຜູ້ນັ້ນໄດ້ກັບໄປເຮືອນຫຼັ່ງນັ້ນອີກໃນຍາມລະດູບານໃໝ່ຄືເກົ່າ, ແຕ່ພັດເຫັນເຮືອນຫຼັງນັ້ນຖືກຂັນລ໊ອກໄວ້, ຄົນຢູ່ໃນເຮືອນກໍບໍ່ຈັກວ່າຍ້າຍໄປຢູ່ໃສແລ້ວ, ດ້ວຍເຫດນັ້ນ ນັກສຶກສາຜູ້ນັ້ນຈິ່ງຂຽນກອນບົດໜຶ່ງອອກມາຄື: ວັນນີ້ໃນປີກາຍ, ກໍຢູ່ໃນປະຕູເຮືອນຫຼັງນີ້, ໄດ້ເຫັນຄົນທີ່ມີໜ້າຕາສວຍງາມຄືດອກຄາຍທີ່ພວມເບັ່ງບານ. ປີນີ້ບໍ່ຮູ້ວ່າຄົນທີ່ມີໃບໜ້າສວຍງາມຄົນນັ້ນໄປໃສແລ້ວ, ເຫຼືອແຕ່ດອກຄາຍບານເຮື້ອເຮືອງໃນທ່າມກາງສາຍລົມຍາມ ລະດູບານໃໝ່ເທົ່ານັ້ນ. ເມື່ອແຕ່ງກອນນີ້ອອກມາແລ້ວ, ລາວກໍອຳລາເຮືອນຫຼັງນັ້ນໄປດ້ວຍຄວາມເສຍດາຍ.
ຫຼັງຈາກນັ້ນຫຼາຍມື້ແລ້ວ, ນັກສຶກສາຄົນນີ້ກໍກັບຄືນໄປຮອດເຮືອນຫຼັງນັ້ນອີກຄັ້ງໜຶ່ງດ້ວຍຄວາມອາໄລອາວອນ, ເຊິ່ງເວລານີ້ລາວເຫັນວ່າປະຕູເຮືອນບໍ່ໄດ້ລ໊ອກ, ແລະແຖມຍັງໄດ້ພົບເຫັນພໍ່ຂອງນາງສາວອີກ, ພໍ່ຂອງນາງສາວນັ້ນບອກໃຫ້ນັກສຶກສາຮູ້ຢ່າງເສຍໃຈວ່າ:” ລູກສາວຂອງຂ້ອຍຄິດຮອດຄິດເຖິງນັກສຶກສາທີ່ໄດ້ແຕ່ງບົດກອນນັ້ນ, ຈົນເສຍຕອມຊີວິດແລ້ວ! ” ເມື່ອໄດ້ຟັງຄຳເວົ້າພໍ່ຂອງນາງສາວແລ້ວ, ນັກສຶກສາຄົນນັ້ນຮູ້ສຶກໂສກເສົ້າເສຍໃຈຫາແນວປຽບບໍ່ໄດ້, ອົດບໍ່ໄດ້ກໍ່ອຸ້ມເອົາຮ່າງໄຮ້ວິນຍານຂອງນາງສາວແລະຮ້ອງໄຫ້ຢ່າງຂົມຂື່ນ, ບັງເອີນນາງສາວຄົນນັ້ນໄດ້ຟື້ນຄືນໃໝ່, ຈິ່ງຮູ້ວ່າລາວພຽງແຕ່ແມ່ນສະຫຼົບໄປຊື່ໆ. ຫຼັງຈາກນັ້ນບໍ່ດົນ, ນາງສາວທີ່ຟື້ນຟູສຸກຂະພາບຄືນໃໝ່ນັ້ນກັບນັກສຶກສາຜູ້ນີ້ກໍ່ເລີຍແຕ່ງງານເປັນຜົວເມຍກັນ.
ໃນສະໄໝບູຮານຂອງຈີນ, ນັກປາດນັກປະພັນຕ່າງໆມັກຈະພັນລະນາຕົ້ນໄມ້ຕົ້ນຫຍ້າຕ່າງໆເພື່ອຝາກອາລົມຈິດຂອງຕົນເອງໄວ້ນຳ. ດອກຄາຍກໍ່ແມ່ນດອກໄມ້ຊະນິດໜຶ່ງທີ່ນັກປາດຈີນໃນສະໄໝບູຮານມັກຈະພັນລະນາເຖິງສະເໝີ. ກ່ຽວກັບໝາກຂອງດອກຄາຍຄື: ໝາກຄາຍ, ຢູ່ຈີນກໍມີເທບນິຍາຍຫຼາຍໆເລື່ອງທີ່ມີການກ່ຽວພັນເຖິງໝາກຄາຍເຊັ່ນກັນ. ຕາມເລົ່າລືກັນວ່າ, ໝາກຄາຍແມ່ນໝາກໄມ້ທິບ, ເມື່ອໄດ້ກິນໝາກຄາຍຊັ້ນຍອດແລ້ວ, ກໍອາດຈະມີອາຍຸຍືນຍາວຊົ່ວນິລັນດອນ; ເມື່ອໄດ້ກິນໝາກຄາຍຊັ້ນກາງ, ກໍບິນຂຶ້ນເທິງເມກ, ມີອາຍຸຍືນຍາວ; ເມື່ອໄດ້ກິນໝາກຄາຍນ້ອຍແລ້ວ, ກໍສາມາດກາຍເປັນເທວະດາ, ແລະມີສຸກຂະພາບແຂງແຮງຕະຫຼອດໄປ. ສະນັ້ນ ຄົນທັງຫຼາຍຈິ່ງເອີ້ນ ໝາກຄາຍ ເປັນ “ສ່ຽນຖາວ” ແປວ່າ ໝາກຄາຍທິບ ຫຼື “ໂຊ້ວຖາວ” ແປວ່າ “ໝາກຄາຍທີ່ພາໃຫ້ອາຍຸຍືນ”. ໃນເລື່ອງ “ໄຊອິວ”, ເວລາສະເຫຼີມສະຫຼອງວັນເກີດໃຫ້ເຈົ້າແມ່ຫວາງມູ່ , ກໍ່ຈັດໃຫ້ມີງານລ້ຽງໝາກຄາຍໃຫ້ເທວະດາຕ່າງໆ, ເຖິງວ່າແມ່ນເທບນິຍາຍກໍ່ຕາມ, ແຕ່ກໍ່ສາມາດເບິ່ງເຫັນວ່າໝາກຄາຍແມ່ນໝາກໄມ້ທີ່ບໍ່ທຳມະດາ. ສ່ວນຊຸນໂງຄົງພ້ອມກັບລູກສິດລິງຂອງລາວລ້ວນແຕ່ຖືກເອົາໝາກຄາຍເປັນອາຫານການກິນ.
ບໍ່ພຽງແຕ່ໝາກຄາຍມີສ່ວນກ່ຽວພັນກັບເລື່ອງເທບນິຍາຍ, ແມ່ນແຕ່ກິ່ງໄມ້ແລະງ່າຂອງຕົ້ນຄາຍກໍເຊັ່ນກັນ, ມີຖານະສູງສັກໃນພື້ນເມືອງຈີນ. ໃນສະໄໝກ່ອນລາຊະວົງຊິນເມື່ອ 2200 ກວ່າປີກ່ອນ, ກໍມີປື້ມໄດ້ບັນທຶກໄວ້າວ່າກິ່ງໄມ້ຂອງຕົ້ນຄາຍມີບົດບາດຂັບໄລ່ຜີສາງນາງຮ້າຍໃຫ້ໜີໄປ.