ໃນປະຫວັດສາດຂອງຈີນເຄີຍມີບຸກຄົນທີ່ມີຊື່ສຽງຢ່າງຫຼວງຫຼາຍ, ເຊິ່ງເລື້ອງທີ່ກ່ຽວກັບບຸກ ຄົນເຫຼົ່ານີ້ເຕັມໄປດ້ວຍຄວາມສະຫລາດສ່ອງໃສ ແລະ ສະຕິປັນຍາໂດຍໄດ້ສືບທອດມາຮອດປັດ ຈຸບັນ. ໃນນັ້ນ ຢ້ຽນຈືກໍ່ແມ່ນຜູ້ຫນຶ່ງ. ຢ້ຽນຈືດຳລົງຊີວິດຢູ່ສະໄໝ 500 ກວ່າປີກ່ອນ ຄ. ສ, ໃນເວ ລານັ້ນປະເທດຈີນແມ່ນປະກອບດ້ວຍຫລາຍໆແຄວ້ນ. ຢ້ຽນຈືແມ່ນຄົນແຄວ້ນຊີ. ຕາມເລົ່າກັນ ວ່າ,ຢ້ຽນຈືເປັນຄົນທີ່ຮູບຮ່າງບໍ່ສູງ, ໜ້າຕາກໍ່ບໍ່ເຈົ້າຊູ້ປານໃດ, ແຕ່ພັດສະຫຼາດຫົວແຫລມ, ຊ່າງປາກຊ່າງເວົ້າ.
ມີເທື່ອຫນຶ່ງ, ຢ້ຽນຈືໄປແຄວ້ນສູ, ເຈົ້າແຄວ້ນສູຮູ້ວ່າຢ້ຽນຈືແມ່ນຄົນຕ່ຳເຕ້ຍ, ຈິ່ງຄິດຢາກດູ ຖູກຫຍໍ້ຫຍັນລາວ. ແລະສັ່ງໃຫ້ຄົນໄປເຈາະຮູທີ່ສູງປະມານ 1 ແມັດປາຍນັ້ນຢູ່ເບື້ອງຂ້າງຂອງ ປະຕູເຂົ້າເມືອງ, ເພື່ອໃຫ້ຢ້ຽນຈື ຜ່ານຮູນັ້ນເຂົ້າເມືອງ.
ຢ້ຽນຈືຮູ້ວ່ານີ້ແມ່ນເຈົ້າແຄວ້ນສູຢາກຈະດູຖູກຫຍໍ້ຫຍັນຕົນ, ຈິ່ງໄດ້ປະຕິເສດບໍ່ຍ່າງເຂົ້າຮູ, ແລະເວົ້າວ່າ: ຖ້າຂ້າພະເຈົ້າໄປຮອດແຄວ້ນໝາຈິ່ງຈະຍ່າງຜ່ານຮູໝາ, ແຕ່ດຽວນີ້ ຂ້າພະເຈົ້າມາຮອດແຄວ້ນສູ, ຈິ່ງບໍ່ຄວນຍ່າງເຂົ້າຮູໝາ.
ເມື່ອຟັງຄວາມເວົ້າຂອງຢ້ຽນຈືແລ້ວ, ເຈົ້າໜ້າທີ່ທີ່ຕ້ອນຮັບຢ້ຽນຈືນັ້ນບໍ່ມີວິທີອື່ນ, ມີແຕ່ເຊີນເພິ່ນຍ່າງ ເຂົ້າປະຕູໃຫຍ່.
ເມື່ອຍ່າງເຂົ້າປະຕູໃຫຍ່ແລ້ວ, ຢ້ຽນຈືກໍ່ເຂົ້າເຝົ້າເຈົ້າແຄວ້ນສູ, ເຈົ້າແຄວ້ນສູເຈິ່ງຖາມຢ້ຽນ ຈືອີຢ່າງບໍ່ມີເຈດຕະນາດີກວ່າ: ໂອຍ, ແຄວ້ນຊີບໍ່ມີຄົນແລ້ວບໍ່ຫວະ? ຈິ່ງໄດ້ສົ່ງທ່ານມາ ເປັນທູດ.
ຢ້ຽນຈືຕອບວ່າ: ແຄວ້ນຊີມີຄົນຢ່າງຫຼວງຫຼາຍ, ພຽງແຕ່ຖະຫນົນຢູ່ໃນລາຊະທານີກໍ່ມີຫຼາຍ ຮ້ອຍສາຍ, ຄົນທົ່ວແຄວ້ນຊີເມື່ອຍົກແຂນເສື້ອຂຶ້ນແລ້ວກໍ່ສາມາດບິດບັງແສງຕາເວັນໄດ້, ເມື່ອ ຄົນທັງຫຼາຍພາກັນເຊັດເຫື່ອ, ກໍ່ເໝືອນດັ່ງຝົນຕົກລົງມາ.