ສາທາລະນະລັດປະຊາຊົນຈີນ ແມ່ນປະເທດສັງຄົມນິຍົມທີ່ຜະເດັດການໂດຍປະ
ຊາທິປະໄຕປະຊາຊົນນຳພາໂດຍຊົນຊັ້ນກຳມະກອນ, ຖືພັນທະພາບກຳມະກອນຊາວ
ນາເປັນພື້ນຖານ. ລະບອບສັງຄົມນິຍົມ ແມ່ນລະບອບກົກຮາກຂອງສາທາລະນະລັດ
ປະຊາຊົນຈີນ.
ລັດຖະທຳມະນູນ
ລັດຖະທຳມະນູນແມ່ນແມ່ບົດກົດໝາຍຂອງລັດ. ໂດຍທົ່ວໄປແລ້ວກຳນົດເນື້ອໃນ
ສຳຄັນຕ່າງໆຄືລະບອບສັງຄົມຂອງປະເທດໜື່ງ, ຫຼັກການພື້ນຖານຂອງລະບອບລັດ,
ຫຼັກການພື້ນຖານຂອງການຈັດຕັ້ງແລະການເຄື່ອນໄຫວຂອງອົງການລັດ,ສິດພື້ນຖານ
ແລະພັນທະຂອງພົນລະເມືອງເປັນຕົ້ນ. ລັດຖະທຳມະນູນຂອງບາງປະເທດຍັງກຳນົດ
ທຸງຊາດ,ເພງຊາດ,ກາໝາຍຊາດ,ນະຄອນຫຼວງແລະລະບອບອື່ນໆ ທີ່ຊົນຊັ້ນປົກຄອງ
ເຫັນວ່າສຳຄັນ,ກ່ຽວພັນເຖິງດ້ານຕ່າງໆຂອງຊີວິດແຫ່ງຊາດ. ລັດຖະທຳມະນູນມີຜົນ
ບັງຄັບໃຊ້ທາງກົດໝາຍສູງສຸດ,ເປັນຫຼັກອ້າງອີງໃນການວາງກົດໝາຍອື່ນໆ.ກົດໝາຍ,
ກົດບັນຍັດໃດໆລ້ວນແຕ່ບໍ່ໃຫ້ຂັດກັບລັດຖະທຳມະມູນ.
ໂຄງການການເມືອງຮ່ວມຂອງສະພາປຶກສາການເມືອງປະຊາຊົນຈີນ ທີ່ປະກາດ
ກ່ອນສ້າງຕັ້ງສາທາລະນະລັດປະຊາຊົນຈີນແມ່ນໂຄງການການເມືອງຂອງແນວໂຮມ
ເອກະພາບປະຊາທິປະໄຕປະຊາຊົນຈີນ, ທັງໄດ້ມີບົດບາດລັດຖະທຳມະນູນຊົ່ວຄາວ.
ໂຄງການການເມືອງຮ່ວມໄດ້ຜ່ານໃນກອງປະຊຸມຄົບຄະນະຄັ້ງທຳອິດຂອງສະພາປຶກ
ສາການເມືອງປະຊາຊົນຈີນ,ແລະປະກາດໃນວັນທີ 29 ກັນຍາປີ 1949. ກ່ອນປະ
ກາດລັດຖະທຳມະນູນສາທາລະນະລັດປະຊາຊົນຈີນເມື່ອປີ 1954,ທີ່ຈິງແລ້ວ, ໂຄງ
ການການເມືອງຮ່ວມໄດ້ເສີມຂະຫຍາຍບົດບາດເປັນລັດຖະທຳມະນູນຊ່ົວຄາວ.