ຈີນແມ່ນປະເທດຫນຶ່ງທີ່ມີປະເພດສັດປ່າຫຼາຍກວ່າຫມູ່ໃນໂລກ,ທົ່ວປະເທດມີສັດທີ່ມີກະດູກສັນຫຼັງປະມານ 6266 ຊະນິດ, ໃນນັ້ນ,ສັດມີປະມານ 500 ຊະນິດ,ນົກມີປະມານ 1258 ຊະນິດ, ສັດເລືອຄານມີປະມານ 376 ຊະນິດ, ສັດສະເທິນນ້ຳສະ
ເທິນບົກມີປະມານ 284 ຊະນິດ,ປາມີປະມານ 3862 ຊະນິດ,ກວມເອົາປະເພດສັດທີ່ມີກະດູກສັນຫຼັງປະມານ 1 ສ່ວນ 10 ຂອງໂລກ. ຍັງມີສັດທີ່ບໍ່ມີກະດູກສັນຫລັງ 5 ຫມື່ນກວ່າຊະນິດ,ແມງບົ້ງ 1 ແສນ 5 ຫມື່ນຊະນິດ.
ເນື່ອງຈາກເຂດສ່ວນຫຼາຍຂອງຈີນ ບໍ່ໄດ້ຖືກຜົນສະທ້ອນຈາກລານນ້ຳກ້າມທາງ
ບົກຍຸກທີ 3 ແລະຍຸກທີ 4,ຈຶ່ງໄດ້ຮັກສາປະເພດສັດພິເສດຈຳນວນຫຼວງຫຼາຍ. ຕາມ
ສະຖິຕິ,ມີສັດທາງບົກທີ່ມີກະດູກສັນຫລັງປະມານ 476 ຊະນິດແມ່ນມີສະເພາະຢູ່ປະ
ເທດຈີນ, ກວມເອົາປະເພດສັດທາງບົກທີ່ມີກະດູກສັນຫລັງຂອງຈີນ 19,42%; ສັດ
ປ່າອັນລ້ຳຄ່າທີ່ມີສະເພາະຢູ່ຈີນຫຼາຍຮ້ອຍຊະນິດເຊັ່ນ: ຫມີແພນດາ,ລິງໄຫມຄຳ,ເສືອ
ຈິນໃຕ້,ນົກຂົວ,ນົກຂຽວຫົວແດງ, ປາຄາຄີຂາວແລະແຂ້ແມ່ນ້ຳຢາງເຊເປັນຕົ້ນ ມີຊື່ລື
ນາມໃນໂລກ. ຫມີແພນດາມີຂົນດຳຂາວສະຫຼັບກັນ, ເປັນສັດໃຫຍ່ທີ່ລ້ຽງລູກດ້ວຍນ້ຳ
ນົມ,ມີນ້ຳຫນັກເຖິງ 135 ກິໂລ, ມັນກິນໄມ້ໄຜ່ອ່ອນແລະຫນໍ່ໄມ້,ປະຈຸບັນນີ້ເຫຼືອແຕ່
1000 ກວ່າໂຕເທົ່ານັ້ນ,ຍ້ອນວ່າລ້ຳຄ່າທີ່ສຸດຈຶ່ງໄດ້ເປັນສັນຍະລັກແຫ່ງການອະນຸລັກ
ສັດປ່າຂອງໂລກ. ນົກຂຽນຫົວແດງ, ຍາວ 1,2 ແມັດຂຶ້ນໄປ, ຕົນໂຕມີຂົນສີຂາວຢູ່
ຈອມຫົວມີຜິວຫນັງເປືອຍສີແດງຜືນນ້ອຍຜືນຫນຶ່ງ,ຢູ່ເຂດອາຊີຕາເວັນອອກຖືເປັນສັນ
ຍະລັກອາຍຸຍືນ.ປາຄາຄີຂາວແມ່ນຫນຶ່ງໃນປາວານນ້ຳຈືນທີ່ມີແຕ່ສອງຊະນິດໃນໂລກ,